ຊາວຫວຽດນາມອາໄສຢູ່ ລາວລະນຶກ 8 ປີແຫ່ງ ວັນສ້າງຕັ້ງສະມາຄົມ ຜູ້ມີບ້ານເກີດດຽວກັນ

Chia sẻ

(vovworld)- ຕອນ​ຄ່ຳ​ວັນ​ທີ 29/9, ຢູ່​ນະຄອນຫຼວງ​ວຽງ​ຈັນ-​ປະ​ເທດ​ລາວ, ສະ​ມາ​ສອນ ຊາວລາວ​ເຊື້ອ​ຊາດ​ຫວຽດນາມ ທີ່​ມີ​ບ້ານ​ເກີດຢູ່ແຂວງ​ຊຽງ​ຂວາງ ​ ​ໄດ້​ຈັດ​ພິທີ​ລະນຶກ 8 ປີ​ແຫ່ງ​ວັນ​ສ້າງຕັ້ງ

ຊາວຫວຽດນາມອາໄສຢູ່ ລາວລະນຶກ 8 ປີແຫ່ງ ວັນສ້າງຕັ້ງສະມາຄົມ ຜູ້ມີບ້ານເກີດດຽວກັນ - ảnh 1

 (ພາບ: xaluan.com )

 (vovworld)- ຕອນ​ຄ່ຳ​ວັນ​ທີ 29/9, ຢູ່​ນະຄອນຫຼວງ​ວຽງ​ຈັນ-​ປະ​ເທດ​ລາວ, ສະ​ໂມ​ສອນ ຊາວລາວ​ເຊື້ອ​ຊາດ​ຫວຽດນາມ ທີ່​ມີ​ບ້ານ​ເກີດຢູ່ແຂວງ​ຊຽງ​ຂວາງ ​ ​ໄດ້​ຈັດ​ພິທີ​ລະນຶກ 8 ປີ​ແຫ່ງ​ວັນ​ສ້າງຕັ້ງ. ນະ​ທີ່​ນີ້, ປຊຊ ​ໄດ້​ຫວນ​ຄືນ​ຊຸມ​ເດືອນ​ປີ​ປະສົບ​ກັບ​ຄວາມ​ທຸກຍາກ​ລຳບາກ ​ແຕ່​ໄດ້​ຮັບ​ການ​ອຸ້ມຊູ​ຊ່ວຍ​ເຫຼືອ​ຈາກ ປຊຊ ລາວ​ ບັນດາ​ເຜົ່າ. ​ເຖິງ​ວ່າ​ໄດ້​ດຳລົງ​ຊີ​ວິດ​ຢູ່​ປະ​ເທດ​ລາວ, ຖື​ສັນຊາດ​ລາວ ກໍ່ຕາມ​ແຕ່ຍາມ​ໃດ ປຊຊ ກໍ່​​ເປັນຂົວຕໍ່​​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ-​ລາວ. ສະ​ໂມ​ສອນຂອງ​ຜູ້​ມີ​ບ້ານ​ເກີດຢູ່ແຂວງ​ຊຽງ​ຂວາງ ​ໄດ້​ຈັດການ​ດຳ​ເນີນ​ຊີວິດ​ເປ​ັນປະຈຳ​​ໃນ​ທຸກໆວັນ​ສຸກ​ ​ແລະ ຍາມ​ໃດ​ກໍ່​ແມ່ນ​ຄັນ​ທຸງ​ນຳ​ໜ້າ​ໃນ​ການ​ເຄື່ອນ​ໄຫວ​ມິດ​ຕະພາບ ປຊຊ ຂອງ​ສອງ​ປະ​ເທດ​ຫວຽດນາມ-​ລາວ. ສະ​ໂມ​ສອນຂອງ​ຜູ້​ມີ​ບ້ານ​ເກີດຢູ່ແຂວງ​ຊຽງ​ຂວາງ ຍາມ​ໃດ​ກໍ່​ຮັກສາ​ບັນດາ​ການ​ເຄື່ອນ​ໄຫວຕ່າງໆ​ໃນ​ວັນ​ບຸນ, ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ຊາດ​ຫວຽດນາມ, ຊ່ວຍ​ເຫຼືອ​ກັນ​ພັດທະນາ​ເສດຖະກິດ, ຮັກສາ​ສີສັນ​ວັດທະນະທຳ​ຫວຽດນາມ ​ແລະ ມຸ້ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ.