ຊູດັງ: ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຜູ້ນໍາໜ້າສະພາການທະການ

Chia sẻ
(VOVWORLD) -ທ່ານ Ahmed Awad Ibn Auf ລັດຖະມົນຕີກະຊວງປ້ອງກັນປະເທດ ຊູດັງ ໄດ້ແຕ່ງຕັ້ງເປັນຜູ້ຫົວໜ້າສະພາການທະຫານ

ວັນທີ 11 ເມສາ, ໂທລະພາບແຫ່ງຊາດ ຊູດັງ ໄດ້ອອກຂ່າວວ່າ ທ່ານ Ahmed Awad Ibn Auf ລັດຖະມົນຕີກະຊວງປ້ອງກັນປະເທດ ຊູດັງ ໄດ້ແຕ່ງຕັ້ງເປັນຜູ້ຫົວໜ້າສະພາການທະຫານ ພາຍຫຼັງ ທ່ານປະທານາທິບໍດີ ຊູດັງ Omar Al-Bashir ຖືກກອງທັບຈັບຕົວໃນວັນດຽວກັນ. ທ່ານນາຍພົນ Kamal Abdelmarouf ຫົວໜ້າເສນາທິການກອງທັບ ໄດ້ແຕ່ງຕັ້ງເປັນຮອງປະທານສະພາດັ່ງກ່າວ.

        ກ່ອນໜ້ານັ້ນ, ກອງທັບ ຊູດັງ ແຈ້ງໃຫ້ຊາບວ່າ ຈະຈັດວາງສະພາວະສຸກເສີນເປັນເວລາ 3 ເດືອນ ພາຍຫຼັງການຈັບຕົວປະທານາທິບໍດີ  Al-Bashir.

        ຕໍ່ໜ້າສະພາບການສັບສົນຄືໃນປັດຈຸບັນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ ຊູດັງ ມອບໂອນອໍານາດການປົກຄອງຢ່າງປະຊາທິປະໄຕ, ຕອບສະໜອງຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ສະຫະພາບອາຟະລິກາ ໄດ້ຕໍາໜິຕິຕຽນການກະທໍາຂອງກອງທັບ ຊູດັງ ແລະ ຖືວ່າ ນີ້ແມ່ນການກໍ່ລັດຖະປະຫານ ເພື່ອແນໃສ່ໂຄ່ນລົ້ມທ່ານປະທານາທິບໍດີ Omar Al-Bashir.  ສ່ວນ ລັດເຊຍ ຮຽກຮ້ອງໃຫ້ປະຊາຊົນ ຊູດັງ “ຄວນອົດກັ້ນ ແລະ ໃຈເຢັນ”, ພ້ອມທັງສະແດງຄວາມຫວັງວ່າ ການພົວພັນລະຫວ່າງສອງປະເທດຈະບໍ່ຖືກຜົນສະທ້ອນ ບໍ່ວ່າຜູ້ໃດຈະຂຶ້ນກໍາອໍານາດ. ສື່ສານແຫ່ງລັດ ອີຢິບ ໃນຕອນບ່າຍວັນທີ 11 ເມສາ ໄດ້ຄັດສະເໜີຖະແຫຼງການຂອງກະຊວງການຕ່າງປະເທດຂອງປະເທດນີ້ວ່າ ອີຢີບ ສະໜັບສະໜູນການເລືອກເຟັ້ນຂອງປະຊາຊົນ ຊູດັງ ໃນເລື່ອງຕັດສິນອະນາຄົດຂອງປະເທດ.

ຕອບກັບ