ຊຸກຍູ້ການເຕີບໂຕສີຂຽວຢູ່ ຫວຽດນາມ: ທິດທາງພາໄປເຖິງຜົນສຳເລັດ

Chia sẻ
(VOVWORLD) - ຫວຽດນາມ ຈະໃຫ້ບຸລິມະສິດຍູ້ແຮງການຜັນຂະຫຍາຍຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວ.
ຊຸກຍູ້ການເຕີບໂຕສີຂຽວຢູ່ ຫວຽດນາມ: ທິດທາງພາໄປເຖິງຜົນສຳເລັດ - ảnh 1(ທີ່ກອງປະຊຸມ)

 ຫວຽດນາມ ດ້ວຍຄວາມສາມາດບົ່ມຊ້ອນ, ທີ່ຕັ້ງພູມສາດເສດຖະກິດໃນລະບົບສະໜອງທົ່ວໂລກພວມຢືນຢູ່ຕໍ່ໜ້າກາລະໂອກາດໃຫຍ່ໃນການເຕີບໂຕສີຂຽວ ເພື່ອສາມາດໄປທັນ, ລັດໜ້າ ແລະ ສ້າງທ່າແຮງໃຫ້ບາດກ້າວບຸກທະລຸກ່ຽວກັບການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ນີ້ແມ່ນຂໍ້ມູນຂ່າວທີ່ໜ້າສົນໃຈເຊິ່ງໄດ້ຍົກອອກມາທີ່ກອງປະຊຸມ “ຊຸກຍູ້ການເຕີບໂຕສີຂຽວຢູ່ ຫວຽດນາມ: ທິດທາງພາໄປເຖິງຜົນສຳເລັດ” ໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຈັດຂຶ້ນໃນວັນທີ 18 ເມສາ, ຢູ່ ຮ່າໂນ້ຍ.

        ໃນຊຸມປີມໍ່ໆມານີ້, ການເຕີບໂຕສີຂຽວ ແລະ ຫັນປ່ຽນສີຂຽວໄດ້ກາຍເປັນບຸລິມະສິດໃນການພັດທະນາເສດຖະກິດທົ່ວໂລກ. ຕາມທ່ານ ເລຫວຽດແອັງ, ຫົວໜ້າກົມວິທະຍາສາດ, ສຶກສາ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໃນໄລຍະຈະມາເຖິງ, ຫວຽດນາມ ຈະໃຫ້ບຸລິມະສິດຍູ້ແຮງການຜັນຂະຫຍາຍຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວ.

        “ແຫຼ່ງກຳລັງລົງທຶນພາກເອກະຊົນໄດ້ສວມບົດບາດສຳຄັນຍິ່ງຕໍ່ບັນດາເປົ້າໝາຍເຕີບໂຕສີຂຽວ. ພື້ນຖານໃຫ້ບັນຫານີ້ນັ້ນແມ່ນການຈັດປະເພດສີຂຽວລະດັບຊາດ ແລະ ຈັດປະເພດສີຂຽວຕາມຂະແໜງການ, ເພື່ອຈາກນັ້ນກຳນົດໄດ້ວ່າ ຄືແນວໃດແມ່ນໂຄງການເຕີບໂຕສີຂຽວ, ຄືແນວໃດແມ່ນຂົງເຂດໄດ້ຮັບບຸລິມະສິດກ່ຽວກັບການເຕີບໂຕສີຂຽວຂອງຊາດ… ກະຊວງແຜນການ ແລະ ການລົງທຶນສືບຕໍ່ສົມທົບກັບກຸ່ມບໍລິສັດ BCG ຈະດຳເນີນການຄົ້ນຄວ້າ, ສະເໜີຕໍ່ລັດຖະບານປະກາດໃຊ້ການແນະນຳກ່ຽວກັບບັນຫາຈັດປະເພດດັ່ງກ່າວ”.

        ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕສີຂຽວຄືດັ່ງໄດ້ວາງອອກໃນຍຸດທະສາດ, ຫວຽດນາມ ຕ້ອງມີບາດກ້າວບຸກທະລຸ, ຂ້ຽວຂາດກວ່າອີກ ເພື່ອນຳພື້ນຖານເສດຖະກິດສີຂຽວ ຈາກລະດັບກວ່າ 6 ຕື້ USD ໃນປີ 2020 ໃຫ້ບັນລຸໄດ້ 300 ຕື້ USD ປະກອບສ່ວນໃນແຕ່ລະປີເຂົ້າ GDP ແຫ່ງຊາດໃນປີ 2050.

ຕອບກັບ