ຊຸກຍູ້ການຮ່ວມມືເສດຖະກິດ,ການຄ້າ,ການລົງທຶນຫວຽດນາມ-Venezuala

Chia sẻ
ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ຫງວຽນ​ຮື໋ວຕີ໋ນ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂງ​ຕ໋ຽນຢູ້ງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ອັນ​ໃຫຍ່​ຫຼວງ​ຂອງ 2...
ຊຸກຍູ້ການຮ່ວມມືເສດຖະກິດ,ການຄ້າ,ການລົງທຶນຫວຽດນາມ-Venezuala - ảnh 1
(ພາບປະກອບຈາກ Trần Việt/TTXVN)

(vovworld) – ​ແຕ່​ວັນ​ທີ 16 – 20/7, ຄະນະ​ການ​ນຳ ​ແລະ ບັນດາ​ວິ​ສາ​ຫະກິດຄະນະ​ກຳມະການ​ປະຊາຊົນ ນະຄອນ ​ໂຮ່ຈີ​ມິນ ​ໂດຍ​ທ່ານປະ​ທານ ຫງວຽນ​ຮື໋ວຕີ໋ນ ນຳ​ໜ້າ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢ່ Venezuala ​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ໃນ​ການ​ກໍ່ສ້າງ, ຄຸ້ມ​ຄອງ​ຕົວ​​ເມືອງ, ກໍ່​ຄື​ຊອກ​ຫາ​ບັນດາ​ກາລະ​ໂອກ​າດຮ່ວມ​ມື​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ. ດ້ວຍ​ການ​ສົມທົບ​ກັນ​ຂອງ​ສະພາ​ນະຄອນ Caracas, ວັນ​ທີ 17/7, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ Venezuala ຈັດ​ຕັ້ງ​ການ​ແນະນຳ, ​ແລກປ່ຽນ​ຂໍ້​ມູນ​ຂ່າວ ​ແລະ ກາລະ​ໂອກາດ​ຮ່ວມ​ມື​ລະຫວ່າງ​ການ​ນຳ​ພະ​ແນ​ກ ​ແລະ ວິ​ສາ​ຫະກິດນະຄອນ ​ໂຮ່ຈີ​ມິນ ກັບ​ກ່ວາ 40 ວິ​ສາ​ຫະກິດ​ຂອງປະ​ເທດປະຈຳ​ຖີ່​ນທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ຕຳ່​ແຜ່ນ​ຕັດຫຍິບ, ກໍ່ສ້າງ, ສິ່ງ​ແວ​ດລ້ອມ, ທ່ອງ​ທ່ຽວ, ທັນ​ຍາ​ຫານ, ອາຫານ​ກາ​ນກິນ.​​..​ ຢູ່​ທີ່​ນີ້, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ຫງວຽນ​ຮື໋ວຕີ໋ນ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂງ​ຕ໋ຽນຢູ້ງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ອັນ​ໃຫຍ່​ຫຼວງ​ຂອງ 2 ປະ​ເທດ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານເສດຖະກິດ, ການ​ຄ້າ, ການ​ລົງທຶນ​​ໃນ​ບັນດາ​ຂົງ​ເຂດ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ທ່າ​ແຮງ ​ແລະ ອາດ​ຈະ​ເພີ່ມ​ເຕີມ​ໃຫ້​ກັນ​ໄດ້.​.​.​ ຜູ້ຕາງໜ້າ​ບັນດາ​ຂະ​ແໜງ​ການ ​ແລະ ວິ​ສາ​ຫະກິດ​ນະຄອນ ​ໂຮ່ຈີ​ມິນ ​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ຂອງ​ນະ​ຄອນ​ເຖິງ​ບັນດາ​ວິ​ສາ​ຫະກິດ Venezuala. ຜ່ານ​ການ​​ແລກປ່ຽນ, 2 ຝ່າຍ​ໄດ້​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້​ງຄວາມ​ຕ້ອງການ ​ແລະ ຄວາມ​ສາມາດ​ຮ່ວມ​ມື​ຂອງ​ກັນ​ໃນ​ບາງ​ຂົງ​ເຂດ​ລະອຽດ ​ແລະ ສ້າງ​ຕັ້ງ​ບັນດາ​ຊ່ອງ​​ແລກປ່ຽນ​ຂໍ້​ມູນ​ຂ່າວ​ທີ່​ຈຳ​ເປັນ.