ຊຸກຍູ້ການພົວພັນຮອບດ້ານ ລະຫວ່າງ ຫວຽດນາມ-ຍີ່ປຸ່ນ

Chia sẻ
ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ຍີ່ປຸ່ນ​ ສືບ​ຕໍ່​ຮັກສາບ້ວງ​ເງິນ​ໜູນ​ຊ່ວຍການ​ພັດທະນາ​ (ODA) ຢ່າງ​ເປັນ​ທາງ​ການຢູ່​ລະດັບ​ສູງ​ໃຫ້​ແກ່​ຫວຽດນາມ.
ຊຸກຍູ້ການພົວພັນຮອບດ້ານ ລະຫວ່າງ ຫວຽດນາມ-ຍີ່ປຸ່ນ - ảnh 1
ທ່ານ​ເລ​ແທງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ​ໂ່ຮຈິ​ມິນ ເຮັດ​ວຽກ​ ກັບ​ທ່ານ Masaaki Yamazaki, ປະທານສະມາຊິກ​ສະພາ​ສູງຍີ່ປຸ່ນ

(vovworld)​ ​- ວັນ​ທີ 7/10, ຄະນະ​ຜູ້​ແທນ​ນະຄອນ​ໂຮ່ຈິ​ມິນ​ ໂດຍ​ທ່ານ​ເລ​ແທງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ​ໂ່ຮຈິ​ມິນ, ນຳ​ໜ້າ​ຄະນະ, ພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດ​​ໃຫຍ່​ຂອງ​ນະຄອນ​ໂຮ່ຈິ​ມິນ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ. ທີ່​ການ​ເຮັດ​ວຽກ​ ກັບ​ທ່ານ Masaaki Yamazaki, ປະທານສະມາຊິກ​ສະພາ​ສູງຍີ່ປຸ່ນ, ທ່ານ​ເລ​ແທງ​ຫາຍ​ປາດ​ຖະໜາ​ວ່າ: ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ຍີ່ປຸ່ນ​ ສືບ​ຕໍ່​ຮັກສາບ້ວງ​ເງິນ​ໜູນ​ຊ່ວຍການ​ພັດທະນາ​ (ODA) ຢ່າງ​ເປັນ​ທາງ​ການຢູ່​ລະດັບ​ສູງ​ໃຫ້​ແກ່​ຫວຽດນາມ. ຫວຽດນາມ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ນຳ​ໃຊ້​ແຫຼ່ງ​ເງິນ​ທຶນ​ນີ້​ຢ່າງມີ​ປະສິດທິ​ຜົນ ​ເພື່ອ​ຮັບ​ໃຊ້​ວິວັດ​ການພັດທະນາ​ເສດຖະກິດ-​ສັງຄົມ. ຫວຽດນາມ​ປາດ​ຖະໜາວ່າ​: ຍີ່ປຸ່ນສືບ​ຕໍ່​ສະໜັບສະໜູນ​ທັດສະນະ ​ແລະ ຫຼັກ​ໝັ້ນ​ຂອງ​ຫວຽດນາມ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ​ເວົ້າ​ລວມ, ກໍ່​ຄື​ໃນ​ການ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ເວົ້າ​ສະ​ເພາະ. ທ່ານ​ປະທານ ສະມາຊິກ​ສະພາ​ສູງຍີ່ປຸ່ນ Yamazaki ປາດ​ຖະໜາວ່າ: ຫວຽດນາມສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ບັນດາ​ວິ​ສາ​ຫະກິດຍີ່ປຸ່ນອຸ່ນ​ອຽນ​ທີ່​ຈະ​ລົງທຶນ ​ແລະ ທຳ​ມາ​ຫາ​ກິນ​ຍາວ​ນານ​ຢູ່​ຫວຽດນາມ. ທ່ານ Yamazaki ​ເນັ້ນໜັກວ່າ: ສະພາ​ແຫ່ງ​ຊາດ​ຍີ່ປຸ່ນ​ຈະ​ມານະ​ພະຍາຍາມ​ຈົນສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​​ດີງາມ ​ແລະ ​ແທດ​ຈິງ​ກ່ວາ.

    ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ​ເລ​ແທງ​ຫາຍ ກໍ່​​ໄດ້ມີ​ການ​ເຮັດ​ວຽກ​ ກັບ  ​ທ່ານລັດຖະມົນຕີ​ກະຊວງ​ກະສິກຳ, ປ່າ​ໄມ້ ​ແລະ ການປະມົງ​ຍີ່ປຸ່ນ Koya Nishikawa. ວັນ​ທີ 8/10, ທ່ານ​ເລ​ແທງ​ຫາຍ ສືບ​ຕໍ່​ມີ​ການເຮັດ​ວຽກ ກັບກົມ​ຕຳຫຼວດ, ຫ້ອງວ່າການ​​ລັດຖະບານ ແລະ ກົມ​ດັບ​ເພີ​ງ​ຍີ່ປຸ່ນ.