ຊຸກຍູ້ການພົວພັນ 2 ຝ່າຍ ຫວຽດນາມ - ຍີ່ປຸ່ນ ພັດທະນາແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ

Chia sẻ
(VOVWORLD) - ຕອນຄ່ຳວັນທີ 11 ພະຈິກ 2017, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢູ່ ດ່າໜັງ ໃນຂອບເຂດສັບປະດາຂັ້ນສູງ APEC.
ຊຸກຍູ້ການພົວພັນ 2 ຝ່າຍ ຫວຽດນາມ - ຍີ່ປຸ່ນ ພັດທະນາແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ຢ້ຽມຢາມ ໂຮຍອານ

ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບກ່ຽວກັບທິດທາງ ແລະ ມາດຕະການລະອຽດ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຕາມຈິດໃຈຖະແຫຼງການຮ່ວມກ່ຽວກັບເລື່ອງເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກ້ວາງຂວາງກ່ວາອີກ ຜ່ານນັ້ນ ຊຸກຍູ້ການພົວພັນ 2 ຝ່າຍ ຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ. ນາຍົກລັດຖະມົນຕີ 2 ທ່ານກໍ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ໃນນັ້ນ ມີບັນຫາທະເລຕາເວັນອອກ; ຢືນຢັນການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫລາຍຝ່າຍຄື: ASEAN, APEC, ASEM…

        ແລະກໍ່ໃນຕອນຄ່ຳວັນທີ 11 ພະຈິກ, ທີ່ນະຄອນ ໂຮ້ຍອານ, ແຂວງ ກວາງນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ຢ້ຽມຢາມສະຖານທີ່ຕ່າງໆໃນນະຄອນ ໂຮຍອານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ພ້ອມກັນໄຂ “ງານບຸນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ”.  

ຕອບກັບ