ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃນ​ທົ່ວ​ໂລກ ໃກ້​ຈະ​ລືນ​ກາຍ​ຕົວ​ເລກ 29 ລ້ານ​ຄົນ

Chia sẻ
(VOVWORLD) -  ໄລ່ຮອດຕອນເຊົ້າວັນທີ 13 ກັນຍາ, ມີ 213 ປະເທດ ແລະ ເຂດແຄວ້ນໃນໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເປັນຈຳນວນຫຼາຍກວ່າ 28,9 ລ້ານຄົນ.
ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃນ​ທົ່ວ​ໂລກ ໃກ້​ຈະ​ລືນ​ກາຍ​ຕົວ​ເລກ 29 ລ້ານ​ຄົນ - ảnh 1(ພາບປະກອບ:THX/TTXVN) 

          ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 13 ກັນຍາ, ມີ 213 ປະເທດ ແລະ ເຂດແຄວ້ນໃນໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເປັນຈຳນວນຫຼາຍກວ່າ 28,9 ລ້ານຄົນ ເພີ່ມຂຶ້ນ 278.000 ຄົນ ໃນ 24 ຊົ່ວໂມງທີ່ຜ່ານມາ. ໃນນັ້ນ ມີ 924.000 ຄົນ ເສຍຊີວິດ. ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດທີ່ມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ໃນໂລກຕາມລຳດັບ.

          ຢູ່ເອີຣົບ, ລັດເຊຍສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນພາກພື້ນ ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກວ່າ 1 ລ້ານຄົນ, ຖັດມາແມ່ນ ແອັດສະປາຍ. ໃນຂະນະນັ້ນ, ຝລັ່ງ, ອັງກິດ ແລະ ຢູແກຼນ ແມ່ນບັນດາປະເທດເອີຣົບມີລະດັບເພີ່ມໄວພໍສົມຄວນ ຄືຫຼາຍກວ່າ 3.000 ຄົນໃນແຕ່ລະປະເທດໃນເວລາ 1 ວັນຜ່ານມາ.

          ຢູ່ ອາຊີ, ໃນ 24 ຊົ່ວໂມງຜ່ານມາ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໄດ້ເພີ່ມຂຶ້ນຕື່ມອີກ 125.000 ຄົນ. ອິນເດຍສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກຈາກໂລກລະບາດ, ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ເກືອບ 94.500 ກໍລະນີ. ສ່ວນ ຟີລິບປິນ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍກວ່າໝູ່ໃນເວລາ 24 ຊົ່ວໂມງທີ່ຜ່ານມາ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຖັດມາແມ່ນ ອິນໂດເນເຊຍ.

ຕອບກັບ