ຈີນລະເມີດກົດໝາຍສາກົນຢູ່ທະເລຕາເວັນອອກ

Chia sẻ
ຄຳ​ຮຽກ​ສິດ​ອະທິປະ​ໄຕຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ຜ່ານ​ເສັ້ນທາງ​ຮູບຕົວອັກສອນ U (ຫຼື​ຍັງ​ເອີ້ນ​ວ່າ “​ເສັ້ນ​ລີ້ນ​ງົວ”) ​ແມ່ນ​ບໍ່​ມີ​ພື້ນຖານດ້ານ​ນິຕິກຳ”.
ຈີນລະເມີດກົດໝາຍສາກົນຢູ່ທະເລຕາເວັນອອກ - ảnh 1
ການເຄື່ອນໄຫວກໍ່ສ້າງຂອງ ຈີນ ໃນເກາະ ກາກມາ
(ພາບປະກອບ)

(vovworld) –  ດ້ວຍ​ຫົວ​ຂໍ້​ວ່າ “​ເສັ້ນທາງ​ຮູບຕົວອັກສອນ U ບໍ່​ແມ່ນ​ເສັ້ນ​ພື້ນຖານ​ຂອງ ຈີນ”, ໜັງສືພິມ “ລາຍ​ວັນ ສ. ​ເກົາຫຼີ” ພາສາ​ອັງກິດ​ສະບັບ​ອອກ​ໃນ​ວັນ​ທີ 16/3, ​ໄດ​້ຄັດ​ສະ​ເໜີ​ບັນດາຂໍ້​ກຳນົດ​ຂອງ​ກົດໝາຍ​ເພື່ອ​ພິສູດ​ວ່າ: ຄຳ​ຮຽກ​ສິດ​ອະທິປະ​ໄຕຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ຜ່ານ​ເສັ້ນທາງ​ຮູບຕົວອັກສອນ U (ຫຼື​ຍັງ​ເອີ້ນ​ວ່າ “​ເສັ້ນ​ລີ້ນ​ງົວ”) ​ແມ່ນ​ບໍ່​ມີ​ພື້ນຖານດ້ານ​ນິຕິກຳ”.  ໜັງສື​ພິມ​ສະບັບ​ດັ່ງກ່າວ​ໄດ້​ຊີ້​ແຈ້ງວ່າ: “ຈີນ ບໍ່​ໄດ້​ຍົກອອກ​ການ​ພະຍານ​ຫຼັກ​ຖານໃດໆ​ກ່ຽວ​ກັບ​ລັກສະນະ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ເສັ້ນທາງ​ຮູບຕົວອັກສອນ U ຕາມ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດ​ໝາຍວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS) ​ເຊິ່ງປະ​ເທດ​ນີ້​ໄດ​້​ໃຫ້​ສັດຕະຍາບັນ. ວິທີ​ກຳນົດ​​ເສັ້ນທາງ​ຮູບຕົວອັກສອນ U ຂອງ ຈີນ​ບໍ່​ນອນ​ໃນ 3 ວິທີ​ຂີດເສັ້ນ​ພື້ນຖານ​ທີ່​ໄດ້​ລະ​ບຸໃນ UNCLOS 1982. ດັ່ງ​ນັ້ນ, ການ​ກຳນົດ​ເສັ້ນ​ພື້ນຖານ​ຂອງ ຈີນ ​ໄດ້​ລະ​ເມີດ 2 ຫຼັກການ​ພື້ນຖານ, ນັ້ນ​ແມ່ນ​ລະ​ເມີ​​ດອະທິປະ​ໄຕ​ຜືນ​ແຜ່ນດິນ​ຂອງ ຫວຽດນາມ ​ແລະ ລະ​ເມີດ​ບັນດາ​ຂໍ້​ກຳນົດ​ຂອງ  UNCLOS 1982 ກ່ຽວ​ກັບ​ການ​ຂີດ​ເສັ້ນ​ພື້ນຖານ”.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ໜັງສືພິມ Rzecpospolita (ສາທາລະນະ) ຂ​ອງ ​ໂປ​ໂລ​ຍ ກໍ່ມີ​ບົດ​ຕຳ​ນິຕິ​ຕຽນ​ການ​ກະທຳ​​ເກາະ​ຜິດ​ຂອງ​ຈີນ​ຢູ່​ທະ​ເລ​ຕ​​າ​ເວັນ​ອອກ. ໜັງສືພິມ​ດັ່ງກ່າວ​ໄດ້​ຊີ້​ແຈ້ງວ່າ: “ປະຈຸ​ບັນ, ​ເກາະ ກາກ​ມາ ​ແມ່ນ​ຈຸດ​ເຄັ່ງຮ້ອນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ທົ່ວ​​ໂລກ. ​ເລື່ອງ ຈີນ ສືບ​ຕໍ່​ມີ​ບັນດາ​ການ​​ເຄື່ອນ​ໄຫວ ຖົມ​ດິນ​ເປັນ​ເກາະ, ກໍ່ສ້າງ​ເປີດ​ກ້ວາງ, ​ເຮັດ​ໃຫ້​ປ່ຽນ​ແປງ​ສະ​ພາບ​ເດີ​ມ ​ແມ່ນ​ການ​ກະທຳ​ລະ​ເມີດ​ກົດ​ໝາຍ​ສາກົນ ​ແລະ ບໍ່​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ.”

        ​ໃນ​ຂະນະ​ນັ້ນ, ວັນ​ທີ 17/3, ​ພົນ​ເຮືອ​ເອກ John Richardson, ຜູ້​ບັນຊາ​ການ​ກອງທັບ​ເຮືອ ອາ​ເມ​ລິ​ກາ  ​ໄດ​້ພົບ​ເຫັນ​ການ​ເຄື່ອນ​ໄຫວ​ຂອງ ຈີນ ຢູ່​ອ້ອມເກາະ ຮ່ວາງ​ຍາມ, ນອນ​ໃນ​ທິດ​ເໜືອ​ຂອງ​ໝູ່​ເກາະ ​ເຈື່ອງ​ຊາ, ຫ່າງ​ຈາກ​ຖານ​ທີ່​ໝັ້ນ​​ໃນ​ອ່າວ Subic ຂອງ ຟີ​ລິບ​ປິນ ປະມານ 200 ກມ.

        ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ການ​ພົບ​ປະ​ມໍ່ໆ​ມາ​ນີ້​ຢູ່ ​ໂຕ​ກຽວ, ທ່ານ​ປະທານາທິບໍດີ Timor Leste, Taur Matan Ruak ​ແລະ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໄດ້​ສະ​ແດງທັດສະນະ “​ວິຕົກ​ວັງ​ວົນ​ຢ່າງຮ​້າຍ​ແຮງ” ຕໍ່​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ຜ່ານ​ມາ.