ຈີນ ແລະ ໂບລີເວຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

Chia sẻ
(VOVWORLD) -

 ກ່າວຄຳເຫັນທີ່ການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ເນັ້ນໜັກວ່າ: ຈີນ ແລະ ໂບລີເວຍ ຄວນສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນກ່ຽວກັບການເມືອງ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງປະເທດ

ວັນທີ 28 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ເຈລະຈາກັບທ່ານນາງ ລັດຖະມົນຕີການຕ່າງປະເທດ ໂບລີເວຍ Celinda Sosa Lunda ຢູ່ ປັກກິ່ງ, ສອງຝ່າຍໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືສອງຝ່າຍ ແລະ ສົມທົບກັບຫຼາຍຝ່າຍ.

        ກ່າວຄຳເຫັນທີ່ການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ເນັ້ນໜັກວ່າ: ຈີນ ແລະ ໂບລີເວຍ ຄວນສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນກ່ຽວກັບການເມືອງ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງປະເທດ, ອົງການນິຕິບັນຍັດ ແລະ ບັນດາພັກຍການເມືອງ ຂອງສອງປະເທດ; ຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືໃນບັນດາຂົງເຂດໃໝ່ຄືເສດຖະກິດດີຈີຕອນ, ກະສິກຳເຂດພູສູງ, ຖະແຫຼງຂ່າວ ແລະ ສື່ສານ, ພັດທະນາສີຂຽວ…

        ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ໂບລີເວຍ Celinda Sosa Lunda ຖືວ່າ ຈີນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນຂອງ ໂບລີເວຍ, ພ້ອມທັງຖືວ່າ: ໂບລີເວຍ ປາດຖະໜາຢາກຍົກລະດັບການຮ່ວມມືກັບຈີນ ໃນຫຼາຍຂົງເຂດຄື: ເສດຖະກິດ ແລະ ການຄ້າ. ທ່ານນາງ Celinda Sosa Lunda ເນັ້ນໜັກວ່າ: ໂບລີເວຍ ພ້ອມແລ້ວເຂົ້າຮ່ວມຊຸກຍູ້ການພົວພັນ ອາເມລິກາ ລາຕິນ -  ຈີນ ໃຫ້ດີກ່ວາອີກ.

ຕອບກັບ