ຈີນ ຢາກພ້ອມກັບ ອາເມລິກາ ເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າ

Chia sẻ
(VOVWORLD) -ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານຈະມີການພົບປະກັບທ່ານປະທານປະເທດຈີນ ສີຈີ້ນຜິງ ໃນໄວໆນີ້ ເພື່ອຊອກຫາວິທີລົງນາມໃນຂໍ້ຕົກລົງດ້ານການຄ້າຮອບດ້ານ ລະຫວ່າງ ອາເມລິກາ - ຈີນ.

ໃນຈົດໝາຍສົ່ງເຖິງທ່ານປະທານາທິບໍດີ ອາເມລິກ Donald Trump, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ສະແດງຄວາມຫວັງວ່າ ສອງຝ່າຍ ຈະພ້ອມກັນເຈລະຈາ ເພື່ອບັນລຸໄດ້ຂໍ້ຕົກລົງດ້ານການຄ້າ ກ່ອນເວລາສຸດທ້າຍ ແມ່ນ ວັນທີ 01  ມີນາ ຈະມາເຖິງ. ຈົດໝາຍສະບັບດັ່ງກ່າວ ໄດ້ປະກາດໃນການພົບລະຫວ່າງທ່ານປະທານາທິບໍດີ Donald Trump ແລະ ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ຢູ່ທໍານຽບຂາວ. ທ່ານ ຫຼຽວເຄືອ ພວມມີການຢ້ຽມຢາມ ວໍຊິງຕັນ ເພື່ອຊອກຫາວິທີບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າ ລະຫວ່າງສອງພື້ນຖານໃຫຍ່ທີ່ສຸດໃນໂລກ. ໃນຈົດໝາຍສະບັບດັ່ງກ່າວ, ການນໍາ ຈີນ ສະແດງໃຫ້ເຫັນວ່າ ການພົວພັນລະຫວ່າງ ຈີນ - ອາເມລິກາ ພວມຢູ່ໃນໄລຍະ ສໍາຄັນ ແລະ ທ່ານຫວັງວ່າ ສອງຝ່າຍ ຈະສືບຕໍ່ເຮັດວຽກນໍາກັນບົນເນື້ອໃນຈິດໃຈເຄົາລົບເຊິ່ງກັນ ແລະ ກັນ”.

        ສ່ວນທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານຈະມີການພົບປະກັບທ່ານປະທານປະເທດຈີນ ສີຈີ້ນຜິງ ໃນໄວໆນີ້ ເພື່ອຊອກຫາວິທີລົງນາມໃນຂໍ້ຕົກລົງດ້ານການຄ້າຮອບດ້ານ ລະຫວ່າງ ອາເມລິກາ - ຈີນ.


ຕອບກັບ