ຈີນ ຈັດ​ວາງ​ພາ​ສີ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ສຳ​ລັບ​ທາດ​ເຄ​ມີ​ທີ່​ນຳ​ເຂົ້າ​ຈາກ ອາ​ເມ​ລິ​ກາ

Chia sẻ
(VOVWORLD) - ທາດ axit propionic ທີ່ນຳເຂົ້າຈາກ ອາເມລິກາ ຈະຕ້ອງເສຍອັດຕາພາສີ 43,5%, ພາຍຫຼັງດໍາເນີນການສືບສວນໃນເດືອນ ກໍລະກົດ 2023 ໄດ້ຊີ້ໃຫ້ເຫັນວ່າ ຂະແໜງຜະລິດ axit propionic ຂອງ ຈີນ “ຖືກຜົນເສຍຫາຍຢ່າງໜັກໜ່ວງ”.
ຈີນ ຈັດ​ວາງ​ພາ​ສີ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ສຳ​ລັບ​ທາດ​ເຄ​ມີ​ທີ່​ນຳ​ເຂົ້າ​ຈາກ ອາ​ເມ​ລິ​ກາ - ảnh 1(ພາບປະກອບ: Reuters)

ວັນທີ 19 ເມສາ, ຈີນ ໄດ້ຈັດວາງພາສີສຳລັບປະເພດ axit ທີ່ນຳເຂົ້າຈາກ ອາເມລິກາ ເຊິ່ງໄດ້ນຳໃຊ້ທົ່ວໄປໃນຂົງເຂດສະບຽງອາຫານ, ຫົວອາຫານ, ຢາປ້ອງກັນສັດຕູພືດ ແລະ ຂົງເຂດສາທາລະນະສຸກ. ຕາມນັ້ນແລ້ວ, ທາດ axit propionic ທີ່ນຳເຂົ້າຈາກ ອາເມລິກາ ຈະຕ້ອງເສຍອັດຕາພາສີ 43,5%, ພາຍຫຼັງດໍາເນີນການສືບສວນໃນເດືອນ ກໍລະກົດ 2023 ໄດ້ຊີ້ໃຫ້ເຫັນວ່າ ຂະແໜງຜະລິດ axit propionic ຂອງ ຈີນ “ຖືກຜົນເສຍຫາຍຢ່າງໜັກໜ່ວງ”.

             ການກະທຳຫຼ້າສຸດຂອງກະຊວງການຄ້າ ຈີນ ໄດ້ຍົກອອກມາ ພາຍຫຼັງທີ່ລັດຖະບານຂອງທ່ານປະທານາທິບໍດີ Joe Biden  ເຜີຍໃຫ້ຮູ້ວ່າ ຈະເພີ່ມອັດຕາພາສີ ກໍຄື ເພີ່ມຄວາມກົດດັນເພື່ອໃຫ້ ເມັກຊີໂກ ສະກັດກັ້ນ ຈີນ ຂາຍບັນດາຜະລິດຕະພັນປະເພດໂລຫະໄປຍັງ ອາເມລິກາ ໂດຍຜ່ານປະເທດນີ້. ອາເມລິກາ ກໍພວມສືບສວນລະບຽບການການຄ້າຂອງ ຈີນ ໃນບັນດາຂົງເຂດຕໍ່ກ່ຳປັ່ນ, ການເດີນເຮືອ ແລະ logistics. ຫວ່າງມໍ່ໆມານີ້, ອາເມລິກາ ໄດ້ເພີ່ມທະວີຂໍ້ກຳນົດຕ່າງໆກ່ຽວກັບການສົ່ງອອກທາດເຄິ່ງຊັກນຳຢ່າງເຄັ່ງຂັດກວ່າ, ເຮັດໃຫ້ ຈີນ ປະສົບກັບຄວາມຫຍຸ້ງຍາກໃນການສຳຜັດກັບບັນດາຜະລິດຕະພັນ ຊິບ ປັນຍາປະດິດ ແລະ ອຸປະກອນການປະດິດແຕ່ງ ຊິບ.


ຕອບກັບ