ຈີນ ກ່າວເຕືອນເລື່ອງຈັດວາງອັດຕາພາສີເພີ່ມເຕີມກໍ່ການກີດຂວາງຕໍ່ການເຈລະຈາການຄ້າກັບ ອາເມລິກາ

Chia sẻ
(VOVWORLD) - ຈີນ ຍາມໃດກໍ່ມີແຜນນະໂຍບາຍແກ້ໄຂບັນດາບັນຫາເສດຖະກິດ ແລະ ການຄ້າກັບ ອາເມລິກາ ໂດຍຜ່ານການເຈລະຈາ ແລະ ປຶກສາຫາລື. 

ຄຳຢັ້ງຢືນດັ່ງກ່າວ ໂດຍທ່ານ ເກີງຊວາງ ໂຄສົກກະຊວງການຕ່າງປະເທດ ຈີນ ຍົກອອກມາໃນວັນທີ 17 ກໍລະກົດ ໃນສະພາບສົງຄາມດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າໂລກພວມເກີດຂຶ້ນຢ່າງຕໍ່ເນື່ອງ.

ຈີນ ກ່າວເຕືອນເລື່ອງຈັດວາງອັດຕາພາສີເພີ່ມເຕີມກໍ່ການກີດຂວາງຕໍ່ການເຈລະຈາການຄ້າກັບ ອາເມລິກາ - ảnh 1 ທ່ານ ເກີງຊວາງ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: EPA/TTXVN)

ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານໂຄສົກ ເກີງຊວາງ ຊີ້ແຈ້ງວ່າ: “ຖ້າຫາກ ອາເມລິກາ ຈັດວາງອັດຕາພາສີໃໝ່, ແນ່ນອນວ່າ ສິ່ງນີ້ຈະກີດຂວາງການປຶກສາຫາລືດ້ານການຄ້າ 2 ຝ່າຍ, ກໍ່ຄືເຮັດໃຫ້ຂັ້ນຕອນຂອງການມຸ່ງໄປເຖິງເລື່ອງບັນລຸໄດ້ຂໍ້ຕົກລົງຍິ່ງຈະແກ່ຍາວໄປຕື່ມອີກ”. ທ່ານ ເກີງຊວາງ ຮຽກຮ້ອງໃຫ້ ອາເມລິກາ ສະແດງຄວາມຕັດສິນໃຈ ແລະ ຄວາມຢຶດໝັ້ນ, ຮ່ວມມືກັບ ຈີນ ເພື່ອບັນລຸໄດ້ຂໍ້ຕົກລົງ ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ ໂດຍຜ່ານບັນດາຄວາມມານະພະຍາຍາມລວມ ບົນພື້ນຖານເຄົາລົບເຊິ່ງກັນ ແລະ ກັນ ແລະ ມີການປະພຶດທີ່ສະເໝີພາບ.

ຕອບກັບ