ງານວາງສະແດງ “ເສັ້ນທາງ ເຈື່ອງເຊີນ - ເສັ້ນທາງ ໂຮ່ຈີມິນ ແຫ່ງເທບນິຍາຍ”

Chia sẻ
(VOVWORLD) - ງານວາງສະແດງຈະເປີດປະຕູຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມແຕ່ວັນທີ 26 ເມສາ ຫາວັນທີ 31 ພຶດສະພາ 2024.
ງານວາງສະແດງ “ເສັ້ນທາງ ເຈື່ອງເຊີນ - ເສັ້ນທາງ ໂຮ່ຈີມິນ ແຫ່ງເທບນິຍາຍ” - ảnh 1 ງານວາງສະແດງໄດ້ແນະນຳປະມານ 100 ເອກະສານ, ພາບຖ່າຍ
(ພາບ: ຄະນະຈັດງານວາງສະແດງ)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2024), 65 ປີແຫ່ງວັນເປີດເສັ້ນທາງ ເຈື່ອງເຊີນ - ໂຮ່ຈີມິນ (19 ພຶດສະພາ 1959 – 19 ພຶດສະພາ 2024). ວັນທີ 19 ເມສາ, ຢູ່ເຂດມໍລະດົກພະລາຊະວັງ ທັງລອງ, ຮ່າໂນ້ຍ, ສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ ໄດ້ຈັດງານວາງສະແດງ “ເສັ້ນທາງ ເຈື່ອງເຊີນ - ເສັ້ນທາງ ໂຮ່ຈີມິນ ແຫ່ງເທບນິຍາຍ”.

        ງານວາງສະແດງໄດ້ແນະນຳປະມານ 100 ເອກະສານ, ພາບຖ່າຍ, ເຊິ່ງແມ່ນບັນດາເນື້ອໃນກ່ຽວກັບການກໍ່ສ້າງເສັ້ນທາງ ເຈື່ອງເຊີນ, ກິດຈະກຳທີ່ໃຫຍ່ຫຼວງ, ເປັນສັນຍາລັກໃຫ້ເຈດຈຳນົງ, ຄວາມມານະຈິດ, ຈິດໃຈແຮງກ້າ ແລະ ປະດິດຄິດສ້າງຂອງຊາດ ຫວຽດນາມ. ບັນດາເລື່ອງລາວກ່ຽວກັບເສັ້ນທາງແຫ່ງເທບນິຍາຍໄດ້ໂຄສະນາໃຫ້ແຂກທ່ອງທ່ຽວກ່ຽວກັບບັນດາຂໍ້ມູນ, ເອກະສານທີ່ລ້ຳຄ່າກ່ຽວກັບຄວາມໝາຍຍຸດທະສາດຂອງການຕົກລົງເປີດເສັ້ນທາງ ເຈື່ອງເຊີນ ຈາກກົມການເມືອງ ແລະ ຄະນະພັກການທະຫານສູນກາງ, ປະກອບສ່ວນນຳການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ ໄປເຖິງໄຊຊະນະຢ່າງສົມບູນ.

        ງານວາງສະແດງຈະເປີດປະຕູຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມແຕ່ວັນທີ 26 ເມສາ ຫາວັນທີ 31 ພຶດສະພາ 2024.

ຕອບກັບ