ງານມະໂຫລານເຊີດຊູເຊີດຊູເຄື່ອງໝາຍທ່ອງທ່ຽວຫວຽດນາມ

Chia sẻ
ງານມະໂຫລານເຊີດຊູເຊີດຊູເຄື່ອງໝາຍທ່ອງທ່ຽວຫວຽດນາມ
ງານມະໂຫລານເຊີດຊູເຊີດຊູເຄື່ອງໝາຍທ່ອງທ່ຽວຫວຽດນາມ - ảnh 1
ພິທີໄຂວັນບຸນທ່ອງທ່ຽວປີ 2013
(ພາບ: ອິນເນີແນດ)

(vovworld) – ​ໃນ​ຂອບ​ເຂດ​ວັນ​ບຸນ​ທ່ອງ​ທ່ຽວ​ປີ 2013, ຕອນ​ຄຳ່​ວັນ​ທີ 6/4, ຢູ່​ນະຄອນໂຮ່ຈີ​ມິນ ​ໄດ້​ດຳ​ເນີນ “ງານ​ມະ​ໂຫລານ​​ເຊີດ​ຊູ​ເຄື່ອງໝາຍ​ທ່ອງ​ທ່ຽວ​ຫວຽດນາມ“ ​ໂດຍ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ນະຄອນ​ຈັດ​ຕັ້ງ​ຂຶ້ນ. ລາງວັນ​ເຄື່ອງໝາຍ​ທ່ອງ​ທ່ຽວນະຄອນ​ໂຮ່ຈີ​ມິນ ປີ 2012 ​ໄດ້​ມອບ​ໃຫ້​ວິສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ທ່ອງ​ທ່ຽວ​ສາກົນ ​ແລະ ຕ່າງປະ​ເທດ​ເກືອບ 100 ​ແຫ່ງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຢັ້ງຢືນກັບ​ຜູ້​ຊົມ​ໃຊ້​​ກ່ຽວ​ກັບ​ຄຸນ​ນະພາ​ບ, ການ​ບໍລິການ ​ແລະ ຜະລິດ​ຕະພັນ​ການທ່ອງທ່ຽວ​ທີ່​ບັນລຸ​ມາດຕະຖານ. ທ່ານ ຫຼາກ​ວົກ​ແຄ໋ງ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ນະຄອນ​ໂຮ່ຈີ​ມິນ​ ​ໃຫ້​ຮູ້​ວ່າ:

“ຈຸດ​ທີ່​ພົ້ນ​ເດັ່ນ​ຂອງ​ວັນ​ບຸນ​ທ່ອງ​ທ່ຽວ​ຄັ້ງ​ນີ້ ​ແມ່ນ​ງານ​ບຸນ​ເຊີດ​ຊູ​ເຄື່ອງໝາຍ​ທ່ອງ​ທ່ຽວ. ນີ້​ແມ່ນ​ບັນດາ​ເຄື່ອງໝາຍ​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ຂອງ​ນະຄອນ​ໂຮ່ຈີ​ມິນ, ຜ່ານ​ການ​ເລືອກ​ເຟັ້ນ ​ແລະ ​ເຊີດ​ຊູ​ເຄື່ອງໝາຍ​ທ່ອງ​ທ່ຽວ ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ, ສົ່ງ​ເສີມ​ການ​ພັດທະນາ​ຜະລິດ​ຕະພັນຕາ​ມທິດ​ທັງ​ໃໝ່​ອ່ຽມ, ທັງ​ມີ​ລາຄາ​ເໝາະ​ສົມ ​ແລະ ຮັບປະກັນ​ຄຸນ​ນະພາ​ບ, ຖື​ຄຸນ​ນະພາ​ບການທ່ອງທ່ຽວ​ພາຍ​ໃນ ​ເພື່ອ​ເປັນ​ພື້ນ​ຖານ ​ແນ​ໃສ່​ຊຸກຍູ້ ​ແລະ ພັດທະນາ​ການທ່ອງທ່ຽວ​ສາກົນ“