ຄຳຖະແຫຼງອະທິປະໄຕຂອງຫວຽດນາມຢູ່ທະເລຕາເວັນອອກແມ່ນເໝາະສົມກັບUNCLOS

Chia sẻ
(vovworld) – ວົງ​ການ​ນັກ​ຊ່ຽວຊານ​ອາ​ເມ​ລິ​ກາ ຖື​ວ່າ, ບັນດາ​ຄຳ​ຖະ​ແຫຼ​ງອະທິປະ​ໄຕ​ຂອງ​ຫວຽດນາມ ຢູ່​ທະ​ເລຕາ​ເວັນ​ອອກ ​ແມ່ນ​ເໝາະ​ສົມ​ກັບ​ສົນທິສັນຍາ​ສະຫະ​ປະຊາ​ດກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ (UNCLOS)
ຄຳຖະແຫຼງອະທິປະໄຕຂອງຫວຽດນາມຢູ່ທະເລຕາເວັນອອກແມ່ນເໝາະສົມກັບUNCLOS - ảnh 1
(ພາບປະກອບ)

(vovworld) – ວົງ​ການ​ນັກ​ຊ່ຽວຊານ​ອາ​ເມ​ລິ​ກາ ຖື​ວ່າ, ບັນດາ​ຄຳ​ຖະ​ແຫຼ​ງອະທິປະ​ໄຕ​ຂອງ​ຫວຽດນາມ ຢູ່​ທະ​ເລຕາ​ເວັນ​ອອກ ​ແມ່ນ​ເໝາະ​ສົມ​ກັບ​ສົນທິສັນຍາ​ສະຫະ​ປະຊາ​ດກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ (UNCLOS) ​ແລະ ຫວຽດນາມ ບໍ່ມີ​ບັນດາ​ການ​ເຄື່ອນ​ໄຫ​ວ​ກໍ່ສ້າງ​ໃໝ່​​ໃນ​ເກາະ​ແຫ່ງ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ ຄື​ດັ່ງ​ຈີນ ​ພວມ​ປະຕິບັດ​ຢ່າງ​ຜິດ​ກົດໝາຍ. ​ເມື່ອ​ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ວາລະ​ສານ “ການ​ເມືອງ​ໂລກ”, ​ໃນ​ວັນ​ທີ 21/10, ນັກ​ຊ່ຽວຊານ Gregory Poling, ຫົວໜ້າ​ຂໍ້​ລິ​ເລີ່​ມ​ແຈ້ງຊັດ ​ໃນ​ການ​ເດີນທະ​ເລ​ອາຊີ ສັງ​ກັດ​ສູນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ ​ແລະ ສາກົນ (CSIS), ​ໃຫ້​ຮູ້​ວ່າ, “ບໍ່​ມີ​ພະຍານ​ຫຼັກ​ຖານ​​ໃດ​ຊີ້​ໃຫ້​ເຫັນ​ວ່າ ຫວຽດນາມ ມີ​ບັນດາການ​ເຄື່ອນ​ໄຫວ​ກໍ່ສ້າງ​​ຢູ່​ເກາະ ຢູ່​ທະ​ເລ​ຕາ​ເວັນ​ອອກ - ໝາຍ​ຄວາມ​ວ່າ, ​ເລື່ອງ​ສ້າງ​ບັນດາ​ເຂດ​ດິນ​​ເທິງໜ້ານ້ຳ​​​ເພື່ອ​ແນ​​ໃສ່​ປ່ຽນ​ແປງ​ສະພາບ​ການດ້ານ​ນິຕິ​ກຳ​”.

      ທ່ານ Poling ​ໃຫ້​ຮູ້​ວ່າ, ​ເລື່ອງຫວຽ​ດນາມ ຖະ​ແຫຼ​ງອະທິປະ​ໄຕ​ສຳລັບ 2 ໝູ່​ເກ​າະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຢູ່​ທະ​ເລ​ຕາ​ເວັນ​ອອກ, ອະ​ທິປະ​ໄຕ​ສຳລັບ​ເຂດເສດຖະກິດ​ຈຳ​ເພາະ​ທີ່​ຫ່າງ​ຈາກ​ຝັ່ງ​ທະ​ເລ 200 ​ໄມທະ​ເລ​ ​ແລະ ​ໄຫຼ່​ທະວີບ​ເປີດ​ຂອງ​ຕົນ​ແມ່ນ​ຖືກຕ້ອງ​ຕາມ​ຂໍ້​ກຳນົດ​ຂອງ UNCLOS.