ຄາດວ່າ, ມີແຂກທ່ອງທ່ຽວກວ່າ 150.000 ຄົນຈະເຂົ້າຮ່ວມງານມະໂຫລານທ່ອງທ່ຽວທະເລ ຍາຈາງ 2024

Chia sẻ
(VOVWORLD) - ຈຸດພົ້ນເດັ່ນຂອງງານມະໂຫລານປີນີ້ແມ່ນເລື່ອງ ຈັດຫຼາຍລາຍການສະແດງສິລະປະ ແລະ ແຟຊັນມີຂອບຂະໜາດໃຫຍ່
ຄາດວ່າ, ມີແຂກທ່ອງທ່ຽວກວ່າ 150.000 ຄົນຈະເຂົ້າຮ່ວມງານມະໂຫລານທ່ອງທ່ຽວທະເລ ຍາຈາງ 2024 - ảnh 1 (ຄາດວ່າ, ງານມະໂຫລານດັ່ງກ່າວຈະດຶງດູດແຂກທ່ອງທ່ຽວກວ່າ 150.000 ເທື່ອຄົນ)

        ງານມະໂຫລານທ່ອງທ່ຽວທະເລ ຍາຈາງ 2024 ຈະຈັດຂຶ້ນແຕ່ວັນທີ 13 – 16 ມິຖຸນາ, ດ້ວຍຫົວຂໍ້ “ອ່າວເພັດມະນີ ຍາຈາງ ແຈ້ງສະຫວ່າງ”.

        ວັນທີ 14 ພຶດສະພາ, ຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ ໃຫ້ຮູ້ວ່າ, ຈຸດພົ້ນເດັ່ນຂອງງານມະໂຫລານປີນີ້ແມ່ນເລື່ອງ ຈັດຫຼາຍລາຍການສະແດງສິລະປະ ແລະ ແຟຊັນມີຂອບຂະໜາດໃຫຍ່, ຄື: ລາຍການສະແດງແຟຊັນ, ການເດີນຂະບວນລົດດອກໄມ້, ເດີນຂະບວນລົດ 3 ລໍ້; ງານບຸນເບຍ, ງານບຸນກາເຟ, ງານບຸນໝາກໄມ້ ແລະ ເຍື່ອງອາຫານເປັນເອກະລັກສະເພາະຂອງເຂດ…/

        ຄາດວ່າ, ງານມະໂຫລານດັ່ງກ່າວຈະດຶງດູດແຂກທ່ອງທ່ຽວກວ່າ 150.000 ເທື່ອຄົນ, ແມ່ນເຫດການສຳຄັນຂອງຂະແໜງທ່ອງທ່ຽວແຂວງ ແຄງຮ່ວາ ແລະ ໄດ້ຮັບຄວາມຫວັງວ່າ ຈະສ້າງການກະຕຸກຊຸກຍູ້ຊ່ວຍໃຫ້ແຂວງບັນລຸເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວ 9 ລ້ານເທື່ອຄົນ, ລາຍຮັບຈາກການທ່ອງທ່ຽວບັນລຸເກືອບ 1,6 ຕື້ USD ໃນປີ 2024 ນີ້.

ຕອບກັບ