ຄະນະເລຂາສູນກາງພັກກວດກາການ ປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງຢູ່ກຽນຢາງ

Chia sẻ

ຄະນະ​ເລຂາ​ສູນ​ກາງ​ພັກ​ກວດກາ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ຢູ່​ກຽນ​ຢາງ

ຄະນະເລຂາສູນກາງພັກກວດກາການ ປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງຢູ່ກຽນຢາງ - ảnh 1

ແຂວງ​ກຽນ​ຢາງ

(ພາບ:hoquocnam.blogspot.com)

(vovworld) -     ຕອນ​ເຊົ້າວັນ​ທີ 18/10, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ເລຂາ​ສູນ​ກາງພັກກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ Ngo Xuan Lich  ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ກົມ​ໃຫ່​ຍການ​ເມືອງກອງທັບ​ປະຊາຊົນ​ຫວຽດນາມ ​ນຳໜ້າໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ແຂວງ ກຽນ​ຢາງ ກ່ຽວ​ກັບການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ຜ່ານ​ໄລຍະ​ເວລາ 3 ປີ​ໄດ້​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ, ອົງຄະ​ນະ​ພັກຂັ້ນ​ແຕ່າງໆ​ຂອງ​ແຂວງ​ກຽນ​ຢາງ ​ໄດ້​ຊາບ​ຊືມຢ່າງ​ເຂັ້ມງວດ​ຂໍ້​ກຳນົດ​ຂອງ​ຄະນະ​ເລຂາ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ເປັນ​ແບບຢ່າງ​ຂອງ​ພະນັກງານ​ຫຼັກ​ແຫຼ່ງ. ຫຼາຍ​ແຫ່ງ​ໄດ້​ມີ​ວິທີ​ປະຕິບັດ​ທີ່​ດີ, ມີ​ບັນດາ​ຮູບ​ແບບ, ແບບຢ່າງ​ດີ​ເດັ່ນ​ໃໝ່​ໃນ​ການຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ​ທີ່​ການ​ເຮັດ​ວຽກ, ທ່ານ​ພົນ​ໂທ Ngo Xuan Lich  ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ​ໃນ​ການ​ຜັນ​ຂະຫຍາຍຄຳສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​, ​ໃນ​ນັ້ນ​ໄດ້​ຫັນ 8 ກຸ່ມ​ບັນຫາ​ທີ່​ໃກ້ຊິດ​ກັບສະພາບ​ການ​ຂອງ​ທ້ອງ​ຖິ່ນ​ເປັນ​ລະອຽດ, ຖອດ​ຖອນ​ບົດຮຽນ​ເທື່ອ​ລະ​ກ້າວ ​ແລະ ທະວີຄູນ​ຂະ​ບວນການ​ອອກ​ສູ່​ວົງ​ກ້ວາງ.