ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ເຂົ້າຮ່ວມກອງປະຊຸມ ADMM ຄັ້ງທີ 12 ແລະ ກອງປະຊຸມ ADMM+ ຄັ້ງທີ 5

Chia sẻ
(VOVWORLD) -ເລື່ອງເຂົ້າຮ່ວມບັນດາກອງປະຊຸມຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໄດ້ສະແດງໃຫ້ເຫັນການເຂົ້າຮ່ວມທີ່ມີຄວາມຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງຫວຽດນາມ ເຂົ້າໃນບັນດາຂົງເຂດການຮ່ວມມືໃນຂອບເຂດກອງປະຊຸມ ADMM  ແລະ ADMM+. 
ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ເຂົ້າຮ່ວມກອງປະຊຸມ ADMM ຄັ້ງທີ 12  ແລະ ກອງປະຊຸມ ADMM+ ຄັ້ງທີ 5 - ảnh 1ທ່ານ ພົນເອກ ໂງຊວນລີກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ພາບ: Duong Giang/TTXVN)

ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Ng Eng Heng, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານ ພົນເອກ ໂງຊວນລີກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ບັນດາປະເທດ ອາຊຽນ (ADMM) ຄັ້ງທີ 12 ແລະ ກອງປະຊຸມລັດຖະມົນຕີບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 5, ເຊິ່ງໄດ້ຈັດຂຶ້ນຢູ່ສິງກະໂປ ແຕ່ວັນທີ 18 – 20 ຕຸລາ 2018.

        ເລື່ອງເຂົ້າຮ່ວມບັນດາກອງປະຊຸມຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໄດ້ສະແດງໃຫ້ເຫັນການເຂົ້າຮ່ວມທີ່ມີຄວາມຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງຫວຽດນາມ ເຂົ້າໃນບັນດາຂົງເຂດການຮ່ວມມືໃນຂອບເຂດກອງປະຊຸມ ADMM  ແລະ ADMM+. ຜ່ານບັນດາເວທີປາໄສດັ່ງກ່າວ, ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງຫວຽດນາມໃນຂອບເຂດການຮ່ວມມືດ້ານປ້ອງກັນຊາດ ໃນ ອາຊຽນ ໃຫ້ມີປະສິດທິຜົນ; ພ້ອມທັງຢັ້ງຢືນບົດບາດ, ທີ່ຕັ້ງຂອງຫວຽດນາມ ໃນພາກພື້ນ ແລະ ໃນໂລກ ທີ່ບັນດາເວທີປາໄສຫຼາຍຝ່າຍ ກໍຄືຊຸກຍູ້ຄວາມມານະພະຍາຍາມລວມ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ ຢູ່ພາກພື້ນ.


ຕອບກັບ