ຄະ​ນະ​ຜູ້​ແທນກະ​ຊ​ວງ​ປ​້ອງ​ກັນ​ປະ​ເທດ ຫວຽດ​ນາມ ເຮັດ​ວຽກ​ຢູ່​ສິງ​ກະ​ໂປ

Chia sẻ
(VOVWORLD) -ຄະນະຜູ້ແທນປະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຫງວຽນຈີ້ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າ ໄດ້ມີການຢ້ຽມຢາມ ແລະ ປຶກສາຫາລື ກ່ຽວກັບບັນດາການເຄື່ອນໄຫວທາງການທະຫານ - ການປ້ອງກັນຊາດ ຂອງ ອາຊຽນໃນຕົ້ນປີ 2020. 
ຄະ​ນະ​ຜູ້​ແທນກະ​ຊ​ວງ​ປ​້ອງ​ກັນ​ປະ​ເທດ ຫວຽດ​ນາມ ເຮັດ​ວຽກ​ຢູ່​ສິງ​ກະ​ໂປ - ảnh 1

ການພົບປະລະຫວ່າງ ທ່ານ ພົນໂທ ຫງວຽນຈີ້ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Heng Chee How ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ (ພາບ: TTXVN)

        ທີ່ການພົບປະກັບທ່ານ Chan Heng Kee ເລຂາທິການຜູ້ປະຈຳການກະຊວງປ້ອງກັນປະເທດສິງກະໂປ ແລະ ທ່ານ Heng Chee How ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ, ທ່ານ ພົນໂທ ຫງວຽນຈີ໊ວິ້ງ ໄດ້ແຈ້ງໃຫ້ຊາບວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສຳເລັດວຽກງານກະກຽມໃຫ້ແກ່ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ (ADMM ແຄບ).

        ທີ່ບັນດາການພົບປະ, ຝ່າຍສິງກະໂປ ໄດ້ຢັ້ງຢືນວ່າ ຈະສະໜັບສະໜູນຢ່າງແຮງ ແລະ ໜູນຊ່ວຍຈົນສຸດຄວາມສາມາດຂອງຕົນເພື່ອກະຊວງປ້ອງກັນປະເທດ ຫວຽດນາມຈັດຕັ້ງສຳເລັດບັນດາການເຄື່ອນໄຫວ ການທະຫານ - ການປ້ອງກັນຊາດໃນປີ ເປັນປະທານອາຊຽນ 2020.

ຕອບກັບ