ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເຊື່ອຖື, ສາສະໜາ

Chia sẻ
(vovworld) - ຕອນ​ເຊົ້າ​ວັນ​ທີ 14/8, ​ ກອງ​ປະຊຸມຄັ້ງ​ທີ 40 ຂອງຄະນະ​ປະຈຳສະພາ​ແຫ່ງ​ຊາດສືບ​ຕໍ່​ເຮັດ​ວຽກ, ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າດ້ວຍການ​ເຊື່ອ​ຖື, ສາສະໜາ.
ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເຊື່ອຖື, ສາສະໜາ - ảnh 1
(ພາບປະກອບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 14/8, ​ ​ກອງ​ປະຊຸມ​ຄັ້ງທີ 40 ຂອງຄະນະ​ປະຈຳສະພາ​ແຫ່ງ​ຊາດສືບ​ຕໍ່​ເຮັດ​ວຽກ, ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າດ້ວຍການ​ເຊື່ອ​ຖື, ສາສະໜາ. ຄະນະ​ປະຈຳສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ລາຍງານ​ໃບ​​ສະ​ເໜີກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຊື່ອ​ຖື, ສາສະໜາ; ຮັບ​ຟັງ​ທ່ານ​ຫົວໜ້າ​ກຳມາ​ທິການ​ວັດທະນະທຳ, ສຶກສາ, ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນ​ຂອງ​ສະພາ​ແຫ່ງ​ຊາດ ດ່າວຈ້ອງ​ທີ ລາຍ​ງານ​ຜົນ​ແຫ່ງ​ການ​ກວດກາ. ຕາມ​ບົດ​ລາຍ​ງານ​ຜົນ​ແຫ່ງ​ການ​ກວດກາ​ແລ້ວ, ກຳມາ​ທິການ​ວັດທະນະທຳ, ສຶກສາ, ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນ​ຂອງ​ສະພາ​ແຫ່ງ​ຊາດ ​ເຫັນ​ດີ​ຕໍ່ຄວາມ​ຈຳ​ເປັນ​ຕ້ອງ​ປະກາດ​ໃຊ້ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​​ເຊື່ອ​ຖື, ສາສະໜາ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​​ເຊື່ອ​ຖື, ສາສະໜາ​ເພື່ອ​ແນ​ໃສ່​ຫັນສິດ​ເສລີ ​ໃນ​​ການ​​ເຊື່ອ​ຖື, ສາສະໜາ​ເຊິ່ງລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ​ປີ 2013 ເປັນ​ລະອຽດ ​ແລະ ​ເໝາະ​ສົມ​ກັບ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດ​ພົນລະ​ເມືອງ ​ແລະ ການ​ເມືອງ ​ເຊິ່ງຫວຽດນາມ​ໄດ້​ລົງ​ນາມ​ເຂົ້າ​ເປັນ​ສະມາຊິກ​ໃນ​ວັນ​ທີ 24/9/1982.

ຕອນ​ບ່າຍ​ວັນ​ທີ 14/8, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ປົກ​ປ້ອງ,ເບິ່ງ​ແຍງ​ເດັກ(ສະ​ບັບ​ປັບ​ປຸງ). ຄຳ​ເຫັນ​ສ່ວນ​ຫລາຍ​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນ​ດາ​ຂໍ້​ກຳ​ນົດ​ເປີດກວ້າງ​ບັນ​ດາ​ສິດ​ຂອງ​ເດັກ, ພ້ອມ​ທັງ​ສະ​ເຫນີ ຮ່າງ​ກົດ​ໝາຍ​ຄວນ​ກຳ​ນົດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຄອບ​ຄົວ, ໂຮງ​ຮຽນ, ສັງ​ຄົມ​ຕື່ມ​ອີກ ເພື່ອ​ປະ​ຕິ​ບັດ​ສິດ​ຂອງ​ເດັກ​ນ້ອຍ ແລະ ສະ​ກັດ​ກັ້ນ​ສະ​ພາບ​ການ​ທາ​ລຸນ​ເດັກ​ນ້ອຍ. ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຖື​ວ່າ ກົດ​ໝາຍ​ຄວນ​ກຳ​ນົດ​ຢ່າງ​ລະ​ອຽດ​ຄວາມ​ຮັບ​ຜິດ​ຊອບ ເພື່ອໃຫ້​ວຽກ​ງານ​ສະ​ກັດ​ກັ້ນ​ສະ​ພາບ​ການ​ທາ​ລຸນ​ເດັກ​ນ້ອຍ​ ​ຢ່າງມີ​ປະ​ສິດ​ທິ​ຜົນ.