ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ ຊຸດ​ທີ XIII ຈັດ​ກອງ​ປະ​ຊຸມ​ປະ​ຖົມ​ມະ​ເລິກ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 31 ມັງກອນ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທທີ XIII ຈັດກອງປະຊຸມປະຖົມມະເລິກ, ເລືອກຕັ້ງກຳມະການກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາສູນກາງພັກ, ຄະນະກວດກາສູນກາງພັກ, ປະທານຄະນະກວດກາສູນກາງພັກ.
 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ ຊຸດ​ທີ XIII ຈັດ​ກອງ​ປະ​ຊຸມ​ປະ​ຖົມ​ມະ​ເລິກ - ảnh 1 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ຈັດກອງປະຊຸມປະຖົມມະເລິກ (ພາບ: dangcongsan.vn)

ກ່ອນໜ້ານັ້ນ, ວັນທີ 30 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ XIII, ລວມມີກຳມະການສົມບູນ 180 ທ່ານ ແລະ ກຳມະການສຳຮອງ 20 ທ່ານ. ຄະນະບໍລິຫານງານສູນກາງພັກຊຸດໃໝ່ ແມ່ນໝູ່ຄະນະລວມມີບັນດາຜູ້ແທນທີ່ດີເດັ່ນ, ມີພູມປັນຍາ, ຄຸນສົມບັດ ຈັນຍາບັນ, ມີເຈດຈຳນົງ, ມີຄວາມຄາດຫວັງ ເພື່ອນຳປະເທດຊາດພັດທະນາ.

ຕອບກັບ