ຄະນະກຳມະການສາມັກຄີອິນເດຍ-ຫວຽດນາມອອກຖະແຫຼງການສະໜັບສະໜູນຄຳຕັດສິນຂອງPCA

Chia sẻ
(vovworld) - ຄຳ​ຕັດ​ສິນ​ຂອງ PCA ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ແລະ ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ທີ່​ກ່ຽ​ວ​ຂ້ອງ​ຈົ່ງ​ຮັບ​ຮູ້ ແລະ ເຄົາ​ລົບ​ຄຳ​ຕັດ​ສິນນີ້ ​ເພື່ນ​ສັນ​ຕິ​ພາບ, ​ຄວາມ​ປອງດອງ ແລະ ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.
ຄະນະກຳມະການສາມັກຄີອິນເດຍ-ຫວຽດນາມອອກຖະແຫຼງການສະໜັບສະໜູນຄຳຕັດສິນຂອງPCA - ảnh 1
(ພາບ​ປະ​ກອບ: CIS)

(vovworld) - ວັນ​ທີ 20/07, ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ອິນ​ເດຍ - ຫວຽດ​ນາມ ອອ​ກ​ຖະ​ແຫຼງ​ການສະ​ໜັບ​ສະ​ໜູນ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ (PCA) ຢູ່​ລາ​ໄຮ, ປະ​ເທດ​ໂຮນ​ລັງ ທີ່​ກ່​ຽວ​ຂ້ອງ​ເຖິງ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ ປະ​ຕິ​ເສດ​ອະ​ທິ​ປະ​ໄຕ​ທີ່​ໄຮ້​ເຫດ​ຜົນ​ຂອງ​ຈີນ ທີ່​ເອີ້ນ​ວ່າ “ເສັ້ນ 9 ຕອນ” ຢູ່​ທະ​ເລ​ຕາ​ເວັນ​ອອກ. ຖະ​ແຫຼງ​ການ​ໄດ້​ຖື​ວ່າ, ຄຳ​ຕັດ​ສິນ​ຂອງ PCA ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ແລະ ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ທີ່​ກ່ຽ​ວ​ຂ້ອງ​ຈົ່ງ​ຮັບ​ຮູ້ ແລະ ເຄົາ​ລົບ​ຄຳ​ຕັດ​ສິນນີ້ ​ເພື່ນ​ສັນ​ຕິ​ພາບ, ​ຄວາມ​ປອງດອງ ແລະ ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ຖະ​ແ​ຫຼງ​ການ​ຢືນ​ຢັນ​ວ່າ, ຄຳ​ຕັດ​ສິນ​ແມ່ນ​ຂີດ​ໝາຍ​ສຳ​ຄັນ​ເພື່ອ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ. ຖະ​ແຫຼງ​ການກໍ່​ກະ​ຕຸກ​ຊຸກ​ຍູ້​ລັດ​ຖະ​ບານ​ຈີນ ​ຈົ່ງ​ເຄົາ​ລົບ​ຄຳ​ຕັດ​ສິນ​, ພ້ອ​ມ​ທັງ​ຊີ້​ແຈ​້​ງວ່າ, ຖ້າ​ຫາກບໍ່​ວ່າ​ປະ​ເທດ​ໃດໆບໍ່​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ມີ​ການ​ກະ​ທຳ​ພ​ຽງ​ລຳ​ພັງ​ຝ່າຍ​ດຽວ, ​ເມີນ​ເສີຍ​ຕໍ່​ເຖິງ​ພາ​ລະ​ກິດ​ຄວາມ​ເປັນ​ທຳ​ຂອງ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ປະ​ເທດນັ້ນ​ຈະ​ສ້າງ​ຄວາມ​ວຸ້ນ​ວາຍ ແລະ ນາບ​ຂູ່​ເຖິງ​ສັນ​ຕິ​ພາບ ບໍ່​ພ​ຽງ​ແຕ່​ຢູ່​ພາ​ກ​ພື້​ນ​ອາ​ຊີ​ເທົ່​ານັ້ນ ຫາກ​ຍັງ​ຢູ່​ທ​ົ່ວ​ໂລກ​ອີກ​ດ້ວຍ.

        ​ໃນ​ເຫດ​ການ​ທີ່​ກ່ຽວ​ຂ​້ອງ, ວັນ​ທີ 21/07, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກາ​ນາ​ດາ Stephane Dion ​ໄດ້ອອກ​ຖະ​ແຫຼງ​ການ​ເນັ້ນ​ໜັກ​ເຖິງ​ຄຳ​ຕັດ​ສິນ​ຂອງ​ PCA ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ມີ​ລັກ​ສະ​ນະ​ບັງ​ຄັບ​ໃຫ້​ຝ່າຍ​ຕ່າງໆ. ຖະ​ແຫຼງ​ການ​ໄດ້​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ເຄົາ​ລົບ​ຄຳ​ຕັດ​ສິນ, ລະ​ງັ​ບບັນ​ດາ​ການ​ກະ​ທ​ທີ່ຳ​ເຮັດ​ໃຫ້​​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ, ປະ​ຕິ​ບັດຖະ​ແຫຼງ​ການ​ວ່າ​ດ້ວຍການປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ບັນ​ລຸກົດແຫ່ງ​ການ​ປະ​ພຶດ​ຂອງ​​ບັນ​ດາຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ທີ່​ມີ​ລັກ​ສະ​ນະ​ບັງ​ຄັບໂດຍ​ໄວ.