ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ມະ​ຕິ​ ກອງ​ປະ​ຊຸມ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ບັນ​ຫາ ສະ​ມາ​ຊິກ ສ​ປ​ຊ ຂອງ​ປາ​ແລັດ​ສ​ະ​ຕິນ

Chia sẻ
(VOVWORLD) - ວັນທີ 13 ພຶດສະພາ, ສະມັດຊາໃຫຍ່ ສປຊ ສືບຕໍ່ຈັດກອງປະຊຸມດ່ວນພິເສດ ກ່ຽວກັບສະພາບການຢູ່ພາກຕາເວັນອອກກາງ ແລະ ບັນຫາ ປາແລັດສະຕິນ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ມະ​ຕິ​ ກອງ​ປະ​ຊຸມ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ບັນ​ຫາ ສະ​ມາ​ຊິກ ສ​ປ​ຊ ຂອງ​ປາ​ແລັດ​ສ​ະ​ຕິນ - ảnh 1ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຖະແຫຼງວ່າ ຫວຽດນາມ ຮ່ວມອຸປະຖຳ ແລະ ສະໜັບສະໜູນມະຕິປະຫວັດສາດ ຂອງ ສະມັດຊາໃຫຍ່ ວ່າດ້ວຍການມອບສິດຈຳນວນໜຶ່ງຕື່ມອີກໃຫ້ແກ່ ປາແລັດສະຕິນ ໃນຖານະເປັນປະເທດສັງເກດການຂອງ ສປຊ. ພ້ອມທັງ ຢັ້ງຢືນວ່າ ຫວຽດນາມ ຮຽງບາຮຽງໄຫຼ່ພ້ອມກັບ ປາແລັດສະຕິນໃນການປະຕິບັດສິດຕັດສິນໃຈດ້ວຍຕົນເອງໃນການບໍ່ໃຫ້ຖືກລ່ວງລ້ຳ ແລະ ສະໜັບສະໜູນ ປາແລັດສະຕິນ ເຂົ້າເປັນສະມາຊິກ ຢ່າງສົມບູນຂອງ ສປຊ ໂດຍໄວ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ເລື່ອງຮັບ ປາແລັດສະຕິນເປັນສະມາຊິກຂອງ ສປຊ ແມ່ນບາດກ້າວມີປະໂຫຍດທີ່ສຸດ ໃຫ້ແກ່ວິທີການສອງລັດ, ສ້າງພື້ນຖານໃຫ້ແກ່ການເຈລະຈາຢ່າງມີຄວາມສະເໝີພາບ ລະຫວ່າງບັນດາຝ່າຍ ແລະ ແມ່ນບາດກ້າວສຳຄັນ ໃນການມຸ່ງໄປເຖິງສັນຕິພາບແບບຍືນຍົງ ຢູ່ ພາກຕາເວັນອອກກາງ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງອົດກັ້ນຢ່າງສຸດຂີດ, ເຈລະຈາ ແລະ ປະຕິບັດຕາມກົດໝາຍສາກົນ, ກົດບັດ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ, ປະຕິບັດຄຳສັ່ງຢຸດຍິງ ຢ່າງທັນທີ ແລະ ຕະຫຼອດການ, ປ່ອຍຕົວປະກັນໝົດທຸກຄົນ ໂດຍບໍ່ມີເງື່ອນໄຂ ແລະ ຮັບປະກັນການສະໜອງເຄື່ອງຂອງສິນຄ້າມະນຸດສະທຳ ທີ່ບໍ່ມີການກີດຂວາງ.

ຕອບກັບ