ຄົນ​ເຈັບຕິດ​ເຊື້ອ​​ໂຄ​ວິດ - 19 ຈໍານວນ 8 ຄົນ ​ໄດ້​ປະກາດ​ຫາຍດີ​ເປັນ​ປົກກະຕິ

Chia sẻ
(VOVWORLD) -ໄລ່ຮອດຈຸດເວລານີ້, ຫວຽດນາມ ມີ 249/288 ກໍລະນີຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.
ຄົນ​ເຈັບຕິດ​ເຊື້ອ​​ໂຄ​ວິດ - 19 ຈໍານວນ 8 ຄົນ ​ໄດ້​ປະກາດ​ຫາຍດີ​ເປັນ​ປົກກະຕິ - ảnh 1 ຄົນເຈັບຕິດເຊື້ອໂຄວິດ - 19 ຈໍານວນ 8 ຄົນ ໄດ້ປະກາດຫາຍດີເປັນປົກກະຕິ (ພາບ: ກະຊວງສາທາລະນະສຸກ)

        ວັນທີ 11 ພຶດສະພາ, ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ 2 ດົງແອັງ, ຮ່າໂນ້ຍ, ໃຫ້ຮູ້ວ່າ ມີຄົນເຈັບຕິດເຊື້ອໂຄວິດ - 19 ຈໍານວນ 8 ຄົນ ຕື່ມອີກໄດ້ຮັບການປະກາດວ່າ ຫາຍດີເປັນປົກກະຕິແລ້ວ. ເປັນອັນວ່າ, ໄລ່ຮອດຈຸດເວລານີ້, ຫວຽດນາມ ມີ 249/288 ກໍລະນີຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ແລະ ກໍໃນວັນດຽວກັນ, ໂຮງໝໍ ແບກມາຍ, ເຊິ່ງເປັນສະຖານທີ່ແຜ່ລະບາດໂລກລະບາດດັ່ງກ່າວທີ່ມີການຜັນແປສັບສົນທີ່ສຸດຂອງຫວຽດນາມ ກໍໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິຢ່າງເປັນທາງການແລ້ວ.


ຕອບກັບ