ກຳໄດ້ບັນດາໂອກາດຈາກFTAຫວຽດນາມ-ອີຢູ

Chia sẻ
ຕາມ​ທ່ານເອກ​ອັກຄະ​ລັດຖະທູດ ​ເວື​ອງ​ເທື່ອ​ຟອງ, FTA ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ​ແມ່ນ​ສັນຍາ​ຮອບດ້ານ​ທີ່​ສຸດ ຊຶ່ງ ຫວຽດນາມ ​​​ເຊັນ​ກັບ​ຕ່າງປະ​ເທດ, ລວມມີ​ທັງ​ໝົດ​ຂົງ​ເຂດ​ຢ່າງກ້ວາງ​ຂວາງ
ກຳໄດ້ບັນດາໂອກາດຈາກFTAຫວຽດນາມ-ອີຢູ - ảnh 1
(ພາບປະກອບ)

(vovworld) - ສັນຍາ​ການ​ຄ້າ​ເສລີ​ທີ່​ໃກ້​ຈະ​ລົງ​ນາມ​​ລະຫວ່າງ ຫວຽດນາມ ກັບ ອີ​ຢູ ຈະ​ນຳ​ມາ​ເຊິ່ງບັນດາ​ໂອກາດ​ຍິ່ງ​ໃຫຍ່ ​ແຕ່​ສິ່ງ​ທ້າ​ທາຍ​ກໍ​ບໍ່​ນ້ອຍ. ​ແລະ ຫວຽ​ດນາມ ຕ້ອງ​ມີ​ການ​ກະກຽມ​ເປັນ​ຢ່າງ​ດີ ​ເພື່ອ​ກຳ​ໄດ້​ບັນດາ​ໂອກາດ​ນີ້. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເວື​ອງ​ເທື່ອ​ຟອງ, ພົວໜ້າ​ຄະນະ​ຜູ້ຕາງໜ້າ ຫວຽດນາມ ຢູ່ ສະ​ຫະພາບ ​ເອີ​ລົບ (ອີ​ຢູ) ​ເມື່ອ​ຕອບ​ສຳພາດ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ປະຈຳ ຝຼັ່ງ.

           ຕາມ​ທ່ານເອກ​ອັກຄະ​ລັດຖະທູດ ​ເວື​ອງ​ເທື່ອ​ຟອງ, FTA ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ​ແມ່ນ​ສັນຍາ​ຮອບດ້ານ​ທີ່​ສຸດ ຊຶ່ງ ຫວຽດນາມ ​​​ເຊັນ​ກັບ​ຕ່າງປະ​ເທດ, ລວມມີ​ທັງ​ໝົດ​ຂົງ​ເຂດ​ຢ່າງກ້ວາງ​ຂວາງຄື: ການ​ລົງທຶນ, ການ​ຄ້າ…​ຍ້ອນ​ເຫດຜົນ​ນັ້ນ, ຈະ​ມີ​ຄວາມ​ແກ່ງ​ແຍ່ງ​ຢ່າງ​ຂ້ຽວຂາດ, ທັງ​ເປັນ​ສິນ​ຄ້າທີ່​ມີ​ທ່າ​ແຮງຄື: ຜະລິດ​ຕະພັນກະ​ເສດ, ສະບຽງ​ອາຫານ…​ທ່ານເອກ​ອັກຄະ​ລັດຖະທູດ ​ເວື​ອງ​ເທື່ອ​ຟອງ ​ໃຫ້​ຮູ້​ວ່າ:

           “ ຖ​້າຫາກສິນຄ້າ​ຂອງ​ພວກ​ເຮົາ​ມີ​ຄຸນ​ນະພາ​ບຕ່ຳ ກໍ່ອາດ​ຈະ​ຖືກ​ປັດ​ເຂ່ຍ ​ແລະ ສູນ​ເສຍຕະຫລາດພາຍ​ໃນ​ປະ​ເທດ​ສຳລັບ​ບັນດາປະ​ເພດ​ສິນຄ້າຄື: ຊີ້ນ, ນ້ຳ​ນົມ, ຜັກ​ໝາກ​ໄມ້. ບັນດາປະ​ເພດ​ສິນຄ້າ​ນີ້​ຂອງ ອີ​ຢູ ອາດ​ຈະ​ມີ​ທ່າ​ແຮງ ​ແລະ ຜູ້​ບໍລິ​​ໂພກ ຫວຽດນາມ ຈະ​ນິຍົມ​ສິນຊົມ​ໃຊ້ຄ້າ​ຂອງ ອີ​ຢູ ຖ້າ​ຕຸ​ນນະພາ​ບຂອງ ຫວຽດນາມ ບໍ່​ເທົ່າ​ກັນ. ນອກຈາກ​ນັ້ນ, ສັນຍາ​ນີ້ ກໍ​ຮຽກຮ້ອງ​ຝ່າຍ ຫວຽດນາມ ຕ້ອງ​ປັບປຸງ​ນະ​ໂຍບາຍ, ບັນດາ​ຂໍ້​ກຳນົດ​ໃຫ້​ເມາະ​ສົມ.”