ກຳລັງແຮງຂອງກະຈາຍສຽງແມ່ນບໍ່ອາດປ່ຽນແທນໄດ້

Chia sẻ
(vovworld) - ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ສະ​ເຫຼີ​ມສະຫຼອງ​ວັນ​ກະຈາຍສຽງ​ທົ່ວ​ໂລກ (13/2). ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ ວິທະຍຸ​ກະຈາຍສຽງ​ຫວຽດນາມ ຫວນ​ຄືນ​ບັນດາ​ຄຸນຄ່າ ກໍ່​ຄື​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ຂອງ​ກະຈາຍສຽງ​ທີ່​ມີ​ຕໍ່​ຊີວິດ​ສັງຄົມ.
ກຳລັງແຮງຂອງກະຈາຍສຽງແມ່ນບໍ່ອາດປ່ຽນແທນໄດ້ - ảnh 1
(ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ວິທະຍຸ​ກະຈາຍສຽງ​ຫວຽດນາມ ຫວູຫາຍ)

(vovworld) - ວັນ​ທີ 13/2, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ສະ​ເຫຼີ​ມສະຫຼອງ​ວັນ​ກະຈາຍສຽງ​ທົ່ວ​ໂລກ (13/2). ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ ວິທະຍຸ​ກະຈາຍສຽງ​ຫວຽດນາມ ຫວນ​ຄືນ​ບັນດາ​ຄຸນຄ່າ ກໍ່​ຄື​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ຂອງ​ກະຈາຍສຽງ​ທີ່​ມີ​ຕໍ່​ຊີວິດ​ສັງຄົມ. ​ເມື່ອ​ເວົ້າ​ເຖິງ​ວັນ​ກະຈາຍສຽງ​ໂລກ 13/2, ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ວິທະຍຸ​ກະຈາຍສຽງ​ຫວຽດນາມ ຫວູຫາຍ ຖື​ວ່າ, ​ເລື່ອງ UNESCO ​ເລືອກ​ວັນ​ທີ 13/2 ​ແມ່ນ​ວັນ​ກະຈາຍສຽງ​ໂລກ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເປັນ​ກຽດ​ສຳລັບ​ກະຈາຍສຽງ​ເທົ່າ​ນັ້ນ, ຫາກ​ຍັງ​​ເປັນ​ການ​ຢືນຢັນ​ເຖິງ​ບັນດາ​ຄຸນຄ່າ​ແກ່ນສານ, ພື້ນຖານ​ດ້ານວັດທະນະທຳ ​ແລະ ຈິດ​ໃຈ​ເຊິ່ງກະຈາຍສຽງ​ໄດ້​ນຳ​ມາ​ໃຫ້​ມະນຸດ​ອີກ​ດ້ວຍ. ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ ຫວູຫາຍ ຢືນຢັນ​ວ່າ, ​ເຖິງ​ວ່າ​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ​ໃນ​ສະພາບ​ບັນດາ​ພາຫະນະ​ສື່ສານ​ພັດທະນາ​ຢ່າງ​ແຮງກໍ່ຕາມ, ​ແຕ່​ກະຈາຍສຽງ​ຍັງ​ຄົງ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ:

        “​ເມື່ອ​ປະກົດມີໂທລະພາບ, ​ເຂົາ​ເຈົ້າ​ຄິດ​ວ່າ​ກະຈາຍສຽງ​ຈະ​ບໍ່​ຄົງ​ຕົວ​ຢູ່​ໄດ້, ​ແຕ່​ກະຈາຍສຽງ​ຍັງ​ຄົງ​ຕົວ ​ແລະ ພັດທະນາ. ກະຈາຍສຽງ​ຍັງ​ມີ​ບົດບາດ​ສຳຄັນ. ສິ່ງ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່​ນັ້ນ​ແມ່ນ, ກະຈາຍສຽງ​ໃນ​ປະຈຸ​ບັນ​ໄດ້​ໂຄສະນາ​ບັນດາ​ລາຍການ, ຂໍ້​ມູນ​ຂ່າວເຖິງ​ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ, ໝູ່​ເກາະ. ​ເຖິງ​ວ່າຜູ້​ຟັງ​​ຈະ​ຢູ່​ບ່ອນ​ໃດ​ ຫຼື​ພວມ​ເຄື່ອນ​ຍ້າຍ​ໄປ​ ກໍ່​ສາມາດ​ຮັບຟັງ​ໄດ້, ນີ້​ແມ່ນ​ທ່າ​ແຮງ​ຂອງ​ກະຈາຍສຽງ ​ແລະ ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ຄວນ​ເສີມ​ຂະຫຍາຍ​ທ່າ​ແຮງ​ນັ້ນ. ຕ້ອງ​ຈັດ​ລາຍການ​ກະຈາຍສຽງ​​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ປະຈຸ​ບັນ​, ​ເໝາະ​ສົມ​ກັບ​ເຕັກ​ໂນ​ໂລ​ຢີທີ່​ມີ​ຢູ່​ແລ້ວ, ເພື່ອ​ເຮັດ​ໃຫ້ກະຈາຍສຽງ​ນັບ​ມື້​ນັບ​ພັດທະນາ​ກວ່າ “.

ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ ຫວູຫາຍ ກໍ່​ຖື​ວ່າ, ຫົວ​ຂໍ້​ຂອງ​ວັນ​ກະຈາຍສຽງ​ໂລກ​ປີ​ນີ້​ແມ່ນ “ຊາວ​ໜຸ່ມ ​ແລະ ກະຈາຍສຽງ“​ ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ​ໃນ​ປະຈຸ​ບັນ… ປະຈຸ​ບັນ​ບັນດາ​ລາຍການ​ຊາວ​ໜຸ່ມ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ ລ້ວນ​ແຕ່​ມຸ່ງ​ເຖິງ​ເລື່ອງ​​ໂຄສະນາ, ສຶກສາ​ດ້ານຄຸນສົມບັດ, ​ແບບ​ແຜນ​, ທັກ​ສະດຳລົງ​ຊີວິດ​ໃຫ້​ຊາວ​ໜຸ່ມ ຜ່ານ​ຫຼາຍ​ຮູບ​ການ​ທີ່​ແຕກ​ຕ່າງ​ກັນ, ​ເໝາະ​ສົມ​ກັບ​ຊາວ​ໜຸ່ມ.

        ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ ຫວູຫາຍ ຢືນຢັນ​ວ່າ, ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ​ໄດ້, ພວມ ​ແລະ ຈະ​ສືບ​ຕໍ່​ປ່ຽນ​ໃໝ່, ​ໃນ​ນັ້ນ​ຖື​ຜູ້​ຟັງ​ເປັນ​ຈຸດ​ສຸມ, ທັງ​ແມ່ນ​ເປົ້າ​ໝາຍ, ທັງ​ແມ່ນ​ກຳລັງ​ໜູນ​ຂອງ​ການ​ພັດທະນາ​ທຸກ​ຢ່າງ.