ປະທານ ແລະ ຮອງປະທານ ພັກ CNRP (ພາບ: Xuân Khu/TTXVN) (vovworld) – ຢູ່ພະນົມເປັນໃນຕອນບ່າຍວັນທີ 31/12, ທ່ານປະທານພັກກູ້ໄພແຫ່ງຊາດ (CNRP) Samrainsy ມີການພົບປະກັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ, ສະມາຊິກຂັ້ນສູງ ພັກປະຊາຊົນ ກຳປູເຈຍ (CPP) ເພື່ອປຶກສາຫາລືກ່ຽວກັບການເຊື່ອມຕໍ່ການເຈລະຈາ. ຜູ້ຕາງໜ້າຂອງ 2 ພັກເຫັນດີເປັນເອກະສັນສ້າງຕັ້ງກຸ່ມນັກສະເພາະກິດເພື່ອກະກຽມໃຫ້ແກ່ການເຈລະຈາລະຫວ່າງ 2 ຝ່າຍ. ເນື້ອໃນຂອງ CPP ຍົກອອກມາໃນການເຈລະຈາກັບ CNRP ໂດຍແມ່ນການນຳ CPP ຕັດສິນ, ແຕ່ມີຄວາມເປັນໄປຫຼາຍຢ່າງແມ່ນບັນດາບັນຫາເຊິ່ງ CPP ຍົກອອກມາໃນການເຈລະຈາຄັ້ງກ່ອນ (ວັນທີ 16 ແລະ 17/9). ສ່ວນຝ່າຍ CNRP, ທ່ານຮອງປະທານ CNRP Kem Sokha ໃຫ້ຮູ້ວ່າ: ການພົບປະຄັ້ງນີ້ບໍ່ພຽງແຕ່ມີຜູ້ຕາງໜ້າ 2 ພັກເຂົ້າຮ່ວມເທົ່ານັ້ນຫາກຍັງມີບັນດາອົງການສັງຄົມພົນລະເຮືອນ ແລະ CNRP ອາດຈະຍົກອອກບັນຫາກ່ຽວກັບການຈັດຕັ້ງການເລືອກຕັ້ງຄືນໃໝ່. Từ khóa: vovworld vov ເຈລະຈາ ພັກກູ້ໄພແຫ່ງຊາດ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບຜູ້ຕາງໜ້າປັນຍາຊົນຊາວຫວຽດນາມ ທີ່ຂຶ້ນກັບປະຊາຄົມທີ່ນຳໃຊ້ພາສາຝລັ່ງ
ກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19: ປະດິດຄິດສ້າງ, ປ່ຽນແປງໃໝ່ ແລະ ຍົກສູງທີ່ຕັ້ງບົດບາດຂອງພາສາ ຝລັ່ງ
ງານບຸນຊຸດເສື້ອຍາວ ແລະ ການທ່ອງທ່ຽວ ຮ່າໂນ້ຍ 2024: ເຊີດຊູສິ່ງຍອດຢ້ຽມຂອງຊຸດເສື້ອຍາວທີ່ເປັນມູນເຊື້ອຂອງ ຫວຽດນາມ