ກາແດງ-ເພື່ອທຸກຄົນ,ຢູ່ທຸກແຫ່ງ

Chia sẻ
(VOVWORLD)-ຕອນເຊົ້າວັນທີ 7/5 ຢູ່ ຮ່າໂນ້ຍ, ສູນກາງສະພາກາແດງຫວຽດນາມ ໄດ້ຈັດຕັ້ງງານຊຸມນຸມມິດຕິງ ສະເຫລີມສະຫລອງ ວັນກາແດງ ແລະ ກາຊີກວົງເດືອນແດງສາກົນ (8/5) ດ້ວຍຫົວຂໍ້: “ກາແດງ ເພື່ອທຸກຄົນ, ຢູ່ທຸກແຫ່ງ” ສານນີ້ແມ່ນເພື່ອແນໃສ່ສະແດງໃຫ້ເຫັນການມີຫົວຄິດປະດິດສ້າງ ແລະ ຫລາຍຮູບຫລາຍແບບຂອງຂອງສະພາກາແດງແຕ່ລະປະເທດໃນການສຳຜັດແກ້ໄຂສິ່ງທ້າທາຍມະນຸດສະທຳປະຈຸບັນ.
ກາແດງ-ເພື່ອທຸກຄົນ,ຢູ່ທຸກແຫ່ງ - ảnh 1 ການບໍລິຈາກເລືອດ

ກ່າວຄຳເຫັນທີ່ງານຊຸມນຸມມິດຕິງ, ທ່ານນາງ ຫງວຽນທິຊວນທູ, ປະທານສູນກາງສະພາກາແດງຫວຽດນາມ ຊີ້ແຈ້ງວ່າ:

        “ຢູ່ທຸກແຫ່ງໃນໂລກ, ຂະບວນການກາແດງ, ກາຊີກວົງເດືອນແດງສາກົນ ຍາມໃດກໍພ້ອມແລ້ວມີຫນ້າເພື່ອວົງຄະນາຍາດ. ຢູ່ຫວຽດນາມ ໃນຊຸມປີມໍ່ໆມານີ້, ຮູບການເຄື່ອນໄຫວມະນຸດສະທຳຂອງທຸກຂັ້ນຈາກສູນກາງ ລົງຮອດທ້ອງຖິ່ນ ນັບມື້ນັບມີການປ່ຽນໃຫມ່ຫລາຍຢ່າງ, ເປັນຫລາຍຮູບຫລາຍແບບ ແລະ ອຸດົມສົມບູນເພື່ອຫນູນຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກໃນສັງຄົມ”

 

ຕອບກັບ