(vovworld) – ເພື່ອກະກຽມໃຫ້ກອງປະຊຸມອະພິປາຍ ກ່ຽວກັບວິວັດທະນາການສ້າງປະຊາຄົມອາຊຽນ ເຊິ່ງຄາດວ່າຈະຈັດຕັ້ງໃນວັນທີ 18/8/2015. ວັນທີ 16/6, ກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາ ກ່ຽວກັບປະຊາຄົມເສດຖະກິດ ອາຊຽນ (AEC). ນີ້ແມ່ນໜຶ່ງໃນບັນດາການໂອ້ລົມສົນທະນາທີ່ກ່ຽວຂ້ອງເຖິງ 3 ເສົາຄ້ຳຂອງ ອາຊຽນ ລວມມີ: ປະຊາຄົມການເມືອງ-ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ-ສັງຄົມ. ທີ່ການໂອ້ລົມສົນທະນາ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນເກີມຕູ໋, ຊີ້ແຈ້ງ 4 ເປົ້າໝາຍຂອງ AEC, ໃນນັ້ນມີເປົ້າໝາຍນຳ ອາຊຽນ ກາຍເປັນຮາກຖານການຜະລິດ ແລະ ຕະຫຼາດລວມ; ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງເສດຖະກິດພາກພື້ນ ແລະ ນຳເສດຖະກິດ ອາຊຽນ ເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກຢ່າງຄົບຖ້ວນ ແລະ ເລິກເຊິ່ງ, ກ້ວາງຂວາງ. ກ່ຽວກັບການກະກຽມຂອງ ຫວຽດນາມ ເພື່ອເຂົ້າຮ່ວມ AEC, ທ່ານລັດຖະມົນຕີຊ່ວຍວ່າການ ຫງວຽນເກີມຕູ໋ ເນັ້ນໜັກວ່າ: ຜ່ານບັນດາໄລຍະແຕ່ປີ 2008 ມາຮອດປະຈຸບັນ, ຍາມໃດ ຫວຽດນາມ ກໍແມ່ນສະມາຊິກ ປະຕິບັດຢ່າງເຂັ້ມງວດສຳລັບບັນດາຄຳໝັ້ນສັນຍາຂອງ ອາຊຽນ. ທີ່ການໂອ້ລົມສົນທະນາ, ບັນດາສະມາຊິກເນັ້ນໜັກວ່າ: ການປະຕິບັດສຳເລັດວຽກງານຈັດຕັ້ງ, ເພີ່ມທະວີວຽກງານສື່ສານ, ໂຄສະນາເຜີຍແຜ່ ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມເຫັນດີເຫັນພ້ອມໃນສັງຄົມສຳລັບເປົ້າໝາຍສ້າງປະຊາຄົມເສດຖະກິດ ອາຊຽນ; ປະຕິບັດບັນດາຄຳໝັ້ນສັນຍາສ້າງ AEC ຢ່າງເຂັ້ມງວດ; ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມບັນດາໂຄງການເພີ່ມທະວີການເຊື່ອມຕໍ່ ອາຊຽນ; ຊຸກຍູ້ການປະຕິຮູບດ້ານບໍລິຫານ, ສຸມໃສ່ຂົງເຂດຫັນການຄ້າເປັນສະດວກ.