ການໂອ້ລົມສົນທະນາ “70 ປີແຫ່ງໄຊຊະນະ ດ້ຽນບຽນຝູ” ຢູ່ ອິດສະຣາແອັນ

Chia sẻ
(VOVWORLD) - ໄຊຊະນະ ດ້ຽນບຽນຝູ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການຕໍ່ສູ້ຢູ່ບັນດາປະເທດຊີກໂລກໃຕ້ ຕ້ານຄືນລັດທິຈັກກະພັດ ແລະ ລ່າເມືອງຂຶ້ນ ເພື່ອຍາດເອົາເອກະລາດ ແລະ ຄວາມຍຸຕິທຳ.
ການໂອ້ລົມສົນທະນາ “70 ປີແຫ່ງໄຊຊະນະ ດ້ຽນບຽນຝູ” ຢູ່ ອິດສະຣາແອັນ  - ảnh 1 ທີ່ການໂອ້ລົມສົນທະນາ
(ພາບ: TTXVN)

        ວັນທີ 23 ເມສາ, ຢູ່ນະຄອນ ແທນອາວີບ, ປະເທດ ອິດສະຣາແອັນ, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອັນ ໄດ້ຈັດການໂອ້ລົມສົນທະນາສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ (1954 – 2024), ດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກສະພາການຕ່າງປະເທດ ອາຣັບ, ນັກຮຽນຮູ້, ນັກປັນຍາຊົນປະເທດປະຈຳຖິ່ນ ແລະ ພະນັກງານບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ອິດສະຣາແອັນ ຈຳນວນໜຶ່ງ.

        ທີ່ການໂອ້ລົມສົນທະນາ, ນັກຊ່ຽວຊານດ້ານກົດໝາຍສາກົນ, ທ່ານສາດສະດາຈານ Joni Asi ສັງກັດມະຫາວິທະຍາໄລ Nablus (ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ) ຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການຕໍ່ສູ້ຢູ່ບັນດາປະເທດຊີກໂລກໃຕ້ ຕ້ານຄືນລັດທິຈັກກະພັດ ແລະ ລ່າເມືອງຂຶ້ນ ເພື່ອຍາດເອົາເອກະລາດ ແລະ ຄວາມຍຸຕິທຳ.

        ກໍ່ມີຂໍ້ສັງເກດເຊັ່ນດຽວກັນ, ທ່ານ Khaled Khalafe, ປະທານສະພາການຕ່າງປະເທດ ອາຣັບ ປະຈຳ ອິດສະຣາແອັນ, ຖືວ່າ ໄຊຊະນະ ດ້ຽນບຽນຝູ ປີ 1954 ແມ່ນໝາກຜົນທີ່ຍິ່ງໃຫຍ່ຂອງຊາດ ຫວຽດນາມ, ນຳມາໃຫ້ບັນດາປະເທດອື່ນບົດຮຽນກ່ຽວກັບຄວາມສາມັກຄີໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ປະກອບສ່ວນຢຸດຕິລະບອບລ່າເມືອງຂຶ້ນໃນທົ່ວໂລກ.

ຕອບກັບ