ການແຫ່ຂະບວນປະທ້ວງໃນທົ່ວປະເທດອີຢີບ

Chia sẻ

(vovworld) – ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ທົ່ວ​ປະ​ເທດ​ອີ​ຢີບ

ການແຫ່ຂະບວນປະທ້ວງໃນທົ່ວປະເທດອີຢີບ - ảnh 1
ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ທົ່ວ​ປະ​ເທດ​ອີ​ຢີບ
(ພາບ: AFP/TTXVN)

(vovworld) – ​ໂດຍ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ບັນດາ​ກຳລັງ​ການ​ເມືອງ ​ແລະ ສາສະໜາ​ພາຍ​ໃນ​ປະ​ເທດ, ວັນ​ທີ 19/7, ປະຊາຊົນ​ນັບ​ລ້ານ​ຄົນ​ທີ່​ມາ​ຈາກ​ບັນດາ​ນະຄອນ​ໃຫຍ່​ຂອງ​ອີ​ຢີບ ​ໄດ້​ຈັດການ​ແຫ່​ຂະ​ບວນປະ​ທ້ວງ ​ເພື່ອ​ເລັ່ງ​ໃສ່​ສອງ​ຈຸດໝາຍ ນັ້ນ​ແມ່ນ​ສະໜັບສະໜູນ ​ແລະ ຄັດຄ້ານ​ອຳນາດ​ການ​ປົກຄອງ​ໃໝ່. ຢູ່​ນະຄອນຫຼວງ Cairo, ປະຊາຊົນ​ນັບ​ພັນ​ຄົນ​ທີ່​ສະໜັບສະໜູນ​ປະທານາທິບໍດີ​ຜູ້​​ຖືກປົດ​ຕຳ​ແໜ່​ງ Mohamed Morsi ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະໜາມ​ຫຼວງ Rabaa Dladawiya ຢູ່​ເມືອງ Nasr City ​ແລະ ສະໜາມ​ຫຼວງຟື້ນ​ຟູ​ຢູ່​ແຂວງ Giza,​ ​ເພື່ອຮຽກຮ້ອງ​ໃຫ້​ຟື້ນ​ຟູ​ຕຳ​ແໜ່​ງປະທານາທິບໍດີ​ສາທາລະນະ​ລັດ​ໃຫ້​ທ່ານ Morsi, ພ້ອມ​ທັງ​ຢັ້ງຢືນ​ບໍ່​ຮັບຮອງ ກໍ່​ຄື​ຮ່ວມ​ມື​ກັບ​ລັດຖະບານ​ໃໝ່ ​ເພາະວ່າ​ນັ້ນ​ແມ່ນ​ໝາກຜົນ​ຂອງ “ການ​ກະທຳ​ລັດຖະປະຫານ​ການ​ທະຫານ“​ເພື່ອ​ໂຄ່ນ​ລົ້ມ​ທ່ານ Morsi.

​ໃນ​ຂະນະ​ນັ້ນ​ໂດຍ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ແນວ​ໂຮມ 30/6 ​ແລະ ຂະ​ບວນການ​ກໍ່​ຄວາມ​ວຸ້ນວາຍ, ປະຊາຊົນ​ນັບ​ພັນ​ຄົນ​ທີ່​ສະໜັບສະໜູນ​ອຳນາດ​ການ​ປົກຄອງ​ໃໝ່ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະໜາມ​ຫຼວງ Tahrir ​ແລະ ​ຢູ່​ຕໍ່ໜ້າ​ສຳນັກງານ​ປະທານາທິບໍດີ ​ເພື່ອ​ແຫ່​ຂະ​ບວນປະ​ທ້ວງ, ຮຽກຮ້ອງ​ “ປົກ​ປັກ​ຮັກສາ​ຜົນງານ​ຂອງ​ການ​ປະຕິວັດ“. ຕຳຫຼວດ ​ແລະ ທະຫານ​ອີ​ຢີບ ຕ້ອງ​ຜັນ​ຂະຫຍາຍ​ກຳລັງ​ເຖິງ​ເຂດ​ທີ່​ດຳ​ເນີນ​ການ​ແຫ່​ຂະ​ບວນ ​ເພື່ອ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ສະກັດ​ກັ້ນ​ບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ທີ່​ຂຶ້ນ​ກັບ​ສອງ​ຝ່າຍ