ການເດີນທາງ “ດ້ຽນບຽນຝູ - ຄວາມຄາດຫວັງຂອງປະເທດຊາດ”

Chia sẻ
(VOVWORLD) - ໃນຂອບເຂດລາຍການ, ວັນທີ 26 ເມສາ, ຢູ່ແຂວງ ດ້ຽນບຽນຝູ, ຄະນະຈັດຕັ້ງໄດ້ມອບລາງວັນການເສັງຊອກຮູ້ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ; ປຸກລະດົມການເສັງຊອກຮູ້ 80  ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ; ງານມະໂຫລານນັກຮົບ ດ້ຽນບຽນໄວເດັກ.
ການເດີນທາງ “ດ້ຽນບຽນຝູ - ຄວາມຄາດຫວັງຂອງປະເທດຊາດ”  - ảnh 1ການປະຊຸມຖະແຫຼງຂ່າວຈັດຂຶ້ນໃນວັນທີ 22 ເມສາ
(ພາບ:TTXVN)

ການເດີນທາງ “ດ້ຽນບຽນຝູ - ຄວາມຄາດຫວັງຂອງປະເທດຊາດ” ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງ, ຈະດຳເນີນໃນລະຫວ່າງວັນທີ 24 27 ເມສາ, ດ້ວຍບັນດາການເຄື່ອນໄຫວຢ້ຽມຢາມ, ມອບຂອງຂວັນ, ຕອບບຸນແທນຄຸນບັນດາຄອບຄົວອະດິດນັກຮົບ ດ້ຽນບຽນ, ຄອບຄົວຜູ້ມີຄຸນງາມຄວາມດີ, ແມ່ ຫວຽດນາມ ວິລະຊົນ, ຖະຫວາຍທູບທຽນ ອາໄລຫາ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ນີ້ແມ່ນຂໍ້ມູນໄດ້ຍົກອອກມາໃນການປະຊຸມຖະແຫຼງຂ່າວໂດຍສູນກາງຄະນະຊາວໜຸ່ມ ຈັດຂຶ້ນໃນຕອນເຊົ້າວັນທີ 22 ເມສາ, ຢູ່ຮ່າໂນ້ຍ.

        ໃນຂອບເຂດລາຍການ, ວັນທີ 26 ເມສາ, ຢູ່ແຂວງ ດ້ຽນບຽນຝູ, ຄະນະຈັດຕັ້ງໄດ້ມອບລາງວັນການເສັງຊອກຮູ້ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ; ປຸກລະດົມການເສັງຊອກຮູ້ 80  ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ; ງານມະໂຫລານນັກຮົບ ດ້ຽນບຽນໄວເດັກ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານໄດ້ມອບຫຼາຍກິດຈະກຳມີຄວາມໝາຍໃຫ້ແຂວງ ດ້ຽນບຽນ ແລະ ບັນດາແຂວງເຂດພູສູງທາງທິດຕາເວັນຕົກພາກເໜືອ, ດ້ວຍມູນຄ່າລວມທັງໝົດກ່ວາ 7,6 ຕື້ດົ່ງ (ເກືອບ 300.000 ໂດລາສະຫະລັດ). ອ້າຍ ຫງວຽນທ໋າຍອານ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ບັນດາສະຖານທີ່ມາຢາມ ແລະ ຈັດການເຄື່ອນໄຫວໜູນຊ່ວຍສັງຄົມລ້ວນແຕ່ແມ່ນບັນດາສະຖານທີ່ຕິດພັນກັບຂີດໝາຍປະຫວັດສາດຂອງປະເທດຊາດ. ຈາກບັນດາການເຄື່ອນໄຫວນັ້ນ ເພື່ອແນໃສ່ເພີ່ມທະວີວຽກງານການສຶກສາອົບຮົມມູນເຊື້ອໃຫ້ບັນດາສະມາຊິກຊາວໜຸ່ມ, ໄວໜຸ່ມ. ພິເສດ, ສຳລັບການເດີນທາງນີ້, ບັນດາສະມາຊິກຊາວໜຸ່ມ, ໄວໜຸ່ມ, ພວກນ້ອງເຍົາວະຊົນ, ອະນຸຊົນ ໄດ້ຢ້ຽມຢາມບັນດາສະຖານທີ່ປະຫວັດສາດ, ບັນດາປູຊະນີຍະສະຖານປະຕິວັດ, ການຄົ້ນຫາຕົວຈິງຈະນຳມາຄວາມປະທັບໃຈຫຼາຍຢ່າງໃຫ້ແກ່ທຸກໆຄົນ”.

ຕອບກັບ