ການເຈລະຈາຮອບທີ 3 ກຸ່ມປະຕິບັດງານການຮ່ວມມືພ້ອມກັນພັດທະນາບົນທະເລຫວຽດນາມ-ຈີນ

Chia sẻ
(vovworld)- ​ໃນ​ວັນ​ທີ 9 ​ແລະ 10/10 ຢູ່​ແຂວງ​ໜານ​ໜິງປະ​ເທດ​ຈີນ ​ໄດ້​ດຳ​ເນີນ​ການ​ເຈລະຈາຮອບ​ທີ 3 ກຸ່ມ​ປະຕິບັດ​ງານ...
  ການເຈລະຈາຮອບທີ 3 ກຸ່ມປະຕິບັດງານການຮ່ວມມືພ້ອມກັນພັດທະນາບົນທະເລຫວຽດນາມ-ຈີນ  - ảnh 1
(ພາບປະກອບ)

(vovworld)- ​ໃນ​ວັນ​ທີ 9 ​ແລະ 10/10 ຢູ່​ແຂວງ​ໜານ​ໜິງປະ​ເທດ​ຈີນ ​ໄດ້​ດຳ​ເນີນ​ການ​ເຈລະຈາຮອບ​ທີ 3 ກຸ່ມ​ປະຕິບັດ​ງານ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ບົນທະ​ເລ​ຫວຽດນາມ-ຈີນ. 2 ຝ່າຍ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ, ​ເປີດ​ອົກ​ເປີດ​ໃຈ, ສະ​ແດງ​ໃຫ້​ເຫັນ​ແຈ້ງ​ຫຼັກ​ໝັ້ນ, ທັດສະນະ​ຂອງ​ແຕ່ລະ​ຝ່າຍ​ກ່ຽວ​ກັບ​ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ບົນທະ​ເລ. 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ອີງ​ໃສ່​ການ​ຮັບ​ຮູ້​ລວມທີ່​ກ່ຽວຂ້ອງ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ​ຫວຽດນາມ - ຈີນ, ປະຕິບັດ​ສັນຍາ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ຫວຽດນາມ - ຈີນທີ່​ໄດ້​ລົງ​ນາມ​ເມື​ອ່ປີ 2011 ​ເພື່ອ​ປຶກສາ​ຫາລື​ບັນຫາ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ບົນ​ທະ​ເລ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ, ມີ​ສົນທິສັນຍາ ສ.ປ.ຊກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 .