ການເຈລະຈາຂັ້ນສູງ2ພາກເກົາຫຼີສິ້ນສຸດລົງແຕ່ບໍ່ບັນລຸຄວາມຄືບໜ້າ
ທີ່ການເຈລະຈາ, ຝ່າຍ ສປປ ເກົາຫຼີ ໄດ້ຮຽກຮ້ອງໂຈະແຜນການຊ້ອມຮົບຮ່ວມ ອາເມລິກາ - ສ ເກົາຫຼີ ຮອດຍາມໃດສິ້ນສຸດການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນ...
ການເຈລະຈາຂັ້ນສູງ 2 ພາກເກົາຫຼີ
(ພາບ: Yonhapnews)
(vovworld) – ການເຈລະຈາຂັ້ນສູງ 2 ພາກເກົາຫຼີສິ້ນສຸດລົງແຕ່ບໍ່ບັນລຸຄວາມຄືບໜ້າ ສາຍເຫດຕົ້ນຕໍ່ແມ່ນຍ້ອນ 2 ຝ່າຍຍັງມີຄວາມບໍ່ລົງລອຍກັນກ່ຽວກັບ ການຊ້ອມຮົບປະຈຳປີລະຫວ່າງ ອາເມລິກາ - ສ ເກົາຫຼີ ໃນເວລາຈະມາເຖິງ.
ທີ່ການເຈລະຈາ, ຝ່າຍ ສປປ ເກົາຫຼີ ໄດ້ຮຽກຮ້ອງໂຈະແຜນການຊ້ອມຮົບຮ່ວມ ອາເມລິກາ - ສ ເກົາຫຼີ ຮອດຍາມໃດສິ້ນສຸດການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນ, ຄາດວ່າຈະຖືກດຳເນີນໄປແຕ່ວັນທີ 20 – 25/2 ຈະມາເຖິງ. ເຖິງຢ່າງໃດກໍ່ຕາມ, ຝ່າຍ ສ ເກົາຫຼີ ໄດ້ປະຕິເສດຄຳຮຽກຮ້ອງນີ້, ແລະຖືວ່າ: ບໍ່ອາດຜຸກມັດເຫດການທີ່ມີລັກສະນະມະນຸດສະທຳ ກັບບັນຫາການທະຫານໄດ້, ພ້ອມທັງຢັ້ງຢືນ ລາຍການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນຈະແມ່ນບາດກ້າວທຳອິດເພື່ອປັບປຸງການພົວພັນ, ມຸ່ງໄປເຖິງການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ພາກ ເກົາຫຼີ.
ອາທິດກ່ອນ, ເຊີອູນ ແລະ ພຽງຢາງ ໄດ້ເຫັນດີເປັນເອກະສັນຈັດຕັ້ງລາຍການເຕົ້າໂຮມໃຫ້ບັນດາຄອບຄົວທີ່ຖືກພັດພາກຈາກກັນໃນສົງຄາມ ເກົາຫຼີ (1950 – 1953) ແຕ່ວັນທີ 20 – 25/2 ຢູ່ເຂດຕາກອາກາດໃນພູ Kumgang.