ການເຈລະຈາກ່ຽວກັບ ສປປ.ເກົາຫຼີ ຂັ້ນນັກວິຊາການກັບ ອາເມລິກາ ຖືກປະລາໄຊ

Chia sẻ
(VOVWORLD) -ວັນທີ 05 ຕຸລາ, ພາຍຫລັງການພົບປະກັບທ່ານ Stephen Biegun ຜູ້ຕາງໜ້າພິເສດຂອງ ອາເມລິກາ ກ່ຽວກັບ ສປປ.ເກົາຫຼີ ຢູ່ປະເທດ ຊູແອັດ, ທ່ານ Kim Myong-gil ຫົວໜ້າຄະນະເຈລະຈາ ສປປ.ເກົາຫຼີ ຖະແຫຼງວ່າ ການເຈລະຈາຂັ້ນນັກວິຊາການກັບ ອາເມລິກາ ຖືກປະລາໄຊແລ້ວ ແລະ ກ່າວຫາ ວໍຊິງຕັນ ໄດ້ເຮັດໃຫ້ການເຈລະຈາ “ສິ້ນສຸດບໍ່ມີຄວາມໝາຍ”. 

  ກ່າວຄຳເຫັນຢູ່ສະຖານທູດ ສປປ.ເກົາຫຼີ ປະຈຳ ຊູແອັດ, ທ່ານ Kim Myong-gil ຢືນຢັນວ່າ ສາຍເຫດທີ່ພາໃຫ້ການເຈລະຈາບໍ່ນຳມາເຊິ່ງໝາກຜົນ ແມ່ນຍ້ອນຝ່າຍ ອາເມລິກາ ບໍ່ຍອມປະລະຫຼັກໝັ້ນ ແລະ ທັດສະນະເດີມ. ທ່ານ Kim Myong-gil ກໍ່ຮຽກຮ້ອງ ອາເມລິກາ ປ່ຽນແປງ ຫຼັກໝັ້ນ ແລະ ຢືນຢັນວ່າ ບັນດາການປຶກສາຫາລືຈະບໍ່ໄດ້ເຊື່ອມຕໍ່ຄືນຢ່າງໜ້ອຍສຸດແມ່ນກ່ອນທ້າຍປີນີ້. ນີ້ແມ່ນການເຈລະຈາຢ່າງເປັນທາງການຄັ້ງທຳອິດລະຫວ່າງ 2 ປະເທດ ນັບແຕ່ເມື່ອການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ດຳເນີນໄປຢູ່ ຮ່າໂນ້ຍ ໃນເດືອນ ກຸມພາ ຜ່ານມາ ເຊິ່ງບໍ່ບັນລຸໄດ້ຂໍ້ຕົກລົງ.

ຕອບກັບ