ການເຄື່ອນໄຫວສະເຫຼີມສະຫຼອງແຫ່ງວັນໄຊຊະນະຟາດຊິດຢູ່ຫຼາຍປະເທດໃນໂລກ

Chia sẻ
ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊ​ຊະນະ​ລັດທິ ຟາດ​ຊິດ ​ໃນ​ສົງຄາມ​ໂລກຄັ້ງ​ທີ່ 2 ​ແລະ ​ວັນ​ໄຊຊະນະ​ຂອງ​ປະຊາຊົນ ​ໂຊ​ວຽດ (ລັດ​ເຊຍ) ​ໃນ​ສົງຄາມ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ທີ່ຍິ່ງ​ໃຫຍ່ (9/5/1945 – 9/5/2015)
ການເຄື່ອນໄຫວສະເຫຼີມສະຫຼອງແຫ່ງວັນໄຊຊະນະຟາດຊິດຢູ່ຫຼາຍປະເທດໃນໂລກ - ảnh 1
(ພາບປະກອບ: Ria Novosti)

(vovworld) – ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊ​ຊະນະ​ລັດທິ ຟາດ​ຊິດ ​ໃນ​ສົງຄາມ​ໂລກຄັ້ງ​ທີ່ 2 ​ແລະ ​ວັນ​ໄຊຊະນະ​ຂອງ​ປະຊາຊົນ ​ໂຊ​ວຽດ (ລັດ​ເຊຍ) ​ໃນ​ສົງຄາມ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ທີ່ຍິ່ງ​ໃຫຍ່ (9/5/1945 – 9/5/2015) ​ສືບ​ຕໍ່​​ໄດ້ຈັດ​ຕັ້ງຢູ່ປະ​ເທດ ລັດ​ເຊຍ ​ແລະ ​ຫຼາຍ​ປະ​ເທດ​ໃນ​ໂລກ. ຢູ່​ປະ​ເທດລັດ​ເຊຍ, ມີປີ້​ລົດ​​ໄຟ​​ໄປ​ທົ່ວ​​ຜືນ​ແຜ່ນດິນ​ຂອງລັດ​ເຊຍ ​ໂດຍ​ບໍ່​ເສຍ​ຄ່າກ່ວາ 5000 ປີ້ໄດ້​ມອບໃຫ້​ບັນດານັກຮົບ​ເກົ່າ ​ແລະ ທະຫານ​​ເສຍ​ອົງຄະ​ໃນ​ປາງສົງຄາມ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ທີ່​ຍິ່ງ​ໃຫຍ່​ພ້ອມ​ຜູ້​ຮ່ວມ​ເດີນທາງ.

            ວັນ​ທີ 7/5 ຢູ່​ນະຄອນຫຼວງ Astana ປະ​ເທດ Kazakhstan ​ໄດ້​ຈັດ​ຕັ້ງ​ການ​ເຝິກ​ແອບສວນສະໜາ​ນ ​ໂດຍມີ​ການ​ເຂົ້າ​ຮ່ວມ​ຂອງ​ປະທານາທິບໍດີ Nursultan Nazarbayev. ວັນ​ທີ 6/5 ຢູ່​ນະຄອນ Nis ປະ​ເທດ Serbia ​ໄດ້​​ເປີດ​ສະຫຼອງອະນຸສາວະລີ​ບັນດາ​ນັກຮົບ​ກອງທັບ​ແດງ ໂຊ​ວຽດ, ທີ່​ເສຍສະຫຼະ​ຊີວິດ​​​ໃນການ​ສູ້ຮົບ​ປົກ​ປັກ​ຮັກສາ​ນະຄອນ ​ໃນ​ສົງ​ຄາມ​​ໂລກ​ຄັ້ງ​ທີ 2. ສ່ວນຢູ່​ນະຄອນ Netanya ຂອງ​ປະ​ເທດ Israel ​ໄດ້​ຈັດ​ຕັ້ງການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​​ອາ​ໄລ​ຫາຜູ້ທີ່​ໄດ້​ສ້າງ​ເປັນໄຊຊະນະທີ່​ຍິ່ງ​ໃຫຍ່​ໃນ ວັນ​ທີ 9/5/1945 ທຸກ​ຄົນ.