ການເຄື່ອນໄຫວທີ່ຟົດຟື້ນຕອບສະໜອງລາຍການ “ຂະບວນການບໍລິຈາກເລືອດ”

Chia sẻ
(VOVWORLD) -ວັນບຸນບໍລິຈາກເລືອດ “ຢາດເລືອດແຂວງກວາງນາມ” ຈະສືບຕໍ່ໄດ້ດໍາເນີນຢູ່ຫຼາຍທ້ອງຖິ່ນອື່ນໃນບໍລິເວນແຂວງກວາງນາມ ຮອດທ້າຍເດືອນ ກໍລະກົດ 2018 ແລະ ຄາດວ່າ ຈະໄດ້ຮັບເລືອດບໍລິຈາກປະມານກວ່າ 3.000 ຖົງ, ປະກອບສ່ວນນໍາຄວາມຫວັງໃໝ່ມາໃຫ້ຄົນເຈັບຫຼາຍຄົນ.
ການເຄື່ອນໄຫວທີ່ຟົດຟື້ນຕອບສະໜອງລາຍການ “ຂະບວນການບໍລິຈາກເລືອດ” - ảnh 1ໄດ້ຮັບເລືອດບໍລິຈາກກ່າວ 600 ຖົງ ປີ 2018 ຢູ່ແຂວງບັກກ້ານ

ວັນທີ 07 ກໍລະກົດ, ຢູ່ເຂດຜະລິດໂອໂຕຄົບວົງຈອນ ຈູລາຍ ເຈື່ອງຫາຍ ຢູ່ເມືອງ ນຸ໋ຍແທ່ງ, ສະພາກາແດງແຂວງ ກວາງນາມ ສົມທົບກັບສູນເລືອດສາດ ແລະສົ່ງເລືອດ (ໂຮງໝໍສູນກາງເຫວ້) ໄດ້ຈັດຕັ້ງວັນບຸນບໍລິຈາກເລືອດ ໂດຍມີຫົວຂ້ໍ້ວ່າ  “ຢາດເລືອດແຂວງກວາງນາມ”. ທີ່ວັນບຸນ, ກໍາມະກອນນັບຮ້ອຍຄົນໄດ້ເຂົ່້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ປະລິມານເລືອດບໍລິຈາກໄດ້ຮັບ ແມ່ນປະມານກວ່າ  500 ຖົງ. ວັນບຸນບໍລິຈາກເລືອດ “ຢາດເລືອດແຂວງກວາງນາມ” ຈະສືບຕໍ່ໄດ້ດໍາເນີນຢູ່ຫຼາຍທ້ອງຖິ່ນອື່ນໃນບໍລິເວນແຂວງກວາງນາມ ຮອດທ້າຍເດືອນ ກໍລະກົດ 2018 ແລະ ຄາດວ່າ ຈະໄດ້ຮັບເລືອດບໍລິຈາກປະມານກວ່າ 3.000 ຖົງ, ປະກອບສ່ວນນໍາຄວາມຫວັງໃໝ່ມາໃຫ້ຄົນເຈັບຫຼາຍຄົນ.

ວັນທີ 7 ກໍລະກົດ,  ຢູ່ແຂວງກວາງຈິ ກໍໄດ້ຈັດຕັ້ງລາຍການ “ຂະບວນການບໍລິຈາກເລືອດ” ໂດຍໄດ້ຂົນຂວາຍຊາວໜຸ່ມ, ພະນັກງານ, ພາລະກອນ, ກໍາມະກອນ, ກໍາລັງປະກອບອາວຸດ ກວ່າ 950 ຄົນເຂົ້າຮ່ວມ ແລະ ໄດ້ຮັບເລືອດບໍລິຈາກເກືອບ 500 ຖົງ.

ແລະກໍໃນວັນດຽວກັນ, ຄະນະຈັດຕັ້ງລາຍການ “ຂະບວນການບໍລິຈາກເລືອດ” ແຫ່ງຊາດ ສົມທົບກັບຄະນະຊີ້ນໍາການບໍລິຈາກເລືອດ ດ້ວຍຄວາມສະໝັກໃຈແຂວງ ບັກກ້ານ ໄດ້ຈັດຕັ້ງວັນບຸນບໍລິຈາກເລືອດ  ໂດຍມີໄວໜຸ່ມ ແລະ ປະຊາຊົນນະຄອນ ບັກກ້ານ ນັບພັນຄົນ ໄດ້ຈົດຊື່ເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ.

ຕອບກັບ