ທ່ານເລຮົ່ງແອງຢ້ຽມຢາມແລະເຮັດວຽກຢູ່ ກູບາ
ພາບ:TTXVN
|
(vovworld)- ວັນທີ 7/9 ຢູ່ ສູນກອງປະຊຸມທີ່ນະຄອນຫລວງ ລາຮາວານ, ທ່ານ ເລຂາທີຫນຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ກູບາ Raul Castro ໄດ້ໃຫ້ການຕ້ອນຮັບທ່ານ ເລຮ່ົງແອງ ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາສູນກາງພັກ ແລະ ຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກູບາ. ທີ່ການຕ້ອນຮັບ, ທ່ານ ເລຮ່ົງແອງ ຢືນຢັນການສະຫນັບສະຫນູນ, ຄວາມສາມັກຄີສະເຫມີຕົ້ນສະເຫມີປາຍຂອງພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ພາລະກິດຕໍ່ສູ້ຄວາມເປັນທຳຂອງປະຊາຊົນກູບາ, ສະແດງຄວາມປາດຖະຫນາຢາກຊຸກຍູ້ການພົວພັນສອງຝ່າຍລະຫວ່າງ ສອງພັກ ແລະ ປະຊາຊົນສອງປະເທດໃນທຸກຂົງເຂດພັດທະນາກວ່າອີກໃນໄລຍະຈະມາເຖິງ. ທ່ານປະທານ Raul Castro ຊີ້ແຈງວ່າ: ທັດສະນະການພົວພັນເປັນແບບຢ່າງລະຫວ່າງ ກູບາ ແລະ ຫວຽດນາມ ໃນຫລາຍທົດສະວັດຜ່ານມາແມ່ນສັນຍາລັກຂອງຍຸກສະໄຫມ ພ້ອມທັງຍ້ອງຍໍບັນດາຜົນງານຊື່ງຫວຽດນາມ ຍາດມາໄດ້ໃນຊຸມປີຜ່ານມາ ແລະ ຖືວ່າ ບົດຮຽນຂອງຫວຽດນາມ ແມ່ນບົດຮຽນອັນລ້ຳຄ່າສຳລັບກູບາ.