ການ​ພົບ​ປະ​ສຸດຍອດ ລະ​ຫວ່າງ ລັດ​ເຊຍ - ອາ​ເມ​ລິ​ກາ ອາດ​ຈະ​ຊ່ວຍ​ສ້າງ​ການ​ສົນ​ທະ​ນາ

Chia sẻ
(VOVWORLD) -ທ່ານຫວັງວ່າການພົບປະສຸດຍອດກັບຄູ່ຕຳແໜ່ງ ອາເມລິກາ Joe Biden ທີ່ຈະດຳເນີນໃນວັນທີ 16 ມິຖຸນາ ຈະສ້າງໄດ້ການສົນທະນາລະຫວ່າງສອງປະເທດ ແລະ ຟື້ນຟູບັນດາສາຍສຳພັນສ່ວນບຸກຄົນຄືນໃໝ່. 
ການ​ພົບ​ປະ​ສຸດຍອດ ລະ​ຫວ່າງ ລັດ​ເຊຍ - ອາ​ເມ​ລິ​ກາ ອາດ​ຈະ​ຊ່ວຍ​ສ້າງ​ການ​ສົນ​ທະ​ນາ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: AFP/TTXVN)

ວັນທີ 13 ມິຖຸນາ, ສຳນັກຂ່າວສານ Interfax ໄດ້ຄັດສະເໜີຄຳເວົ້າຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໂດຍໃຫ້ຮູ້ວ່າ ທ່ານຫວັງວ່າການພົບປະສຸດຍອດກັບຄູ່ຕຳແໜ່ງ ອາເມລິກາ Joe Biden ທີ່ຈະດຳເນີນໃນວັນທີ 16 ມິຖຸນາ ຈະສ້າງໄດ້ການສົນທະນາລະຫວ່າງສອງປະເທດ ແລະ ຟື້ນຟູບັນດາສາຍສຳພັນສ່ວນບຸກຄົນຄືນໃໝ່. ການນຳ ລັດເຊຍ ປາດຖະໜາວ່າ ໃນການພົບປະກັບທ່ານປະທານາທິບໍດີ ອາເມລິກາ ໃນຄັ້ງຈະມາເຖິງນີ້ ຢ່າງໜ້ອຍສຸດ ກໍຈະສ້າງເງື່ອນໄຂໃຫ້ແກ່ແກ່ບັນດາການເຈລະຈາກກ່ຽວກັບບັນດາບັນຫາຄວາມໝັ້ນຄົງ, ລວມທັງການຜັນຂະຫຍາຍລະບົບການທະຫານ.

ຄາດວ່າ, ການນຳສອງປະເທດ ລັດເຊຍ ແລະ ອາເມລິກາ ຈະມີການພົບປະສຸດຍອດ ຢູ່ ເຊີແນວ (ປະເທດສະວິດ) ໃນວັນທີ 16 ມິຖຸນາ. ຈຸດສຸມຂອງການພົບປະຄັ້ງນີ້ ແມ່ນແງ່ຫວັງຂອງການພວົພັນສອງຝ່າຍ, ບັນດາບັນຫາສະຖຽນລະພາບຍຸດທະສາດ ແລະ ບັນດາບັນຫາທີ່ີຈຳເປັນຢ່າງຮີບດ່ວນໃນທົ່ວໂລກ, ໃນນັ້ນ ມີການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19  ແລະ ວິທີການແກ້ໄຂບັນດາການປະທະກັນໃນພາກພື້ນ. 

ຕອບກັບ