ການພົບປະສັງສັນທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານຫວຽດນາມຊ່ວຍການປະຕິວັດລາວ

Chia sẻ
(VOVWORLD) -ວັນທີ 26 ຕຸລາ ຢູ່ ນະຄອນ ວີງ ແຂວງ ເງ້ອານ, ມີຜູ້ແທນກວ່າ 300 ຄົນ ຊື່ງແມ່ນອະດີດຜູ້ຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມ ໄດ້ຮຽງບ່າຮຽງໄລ່ກັບກອງທັບປະຊາຊົນລາວ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ ໄດ້ເຂົ້າຮ່ວມການພົບປະສັງສັນທີ່ເປັນມູນເຊື້ອ. 

ການພົບປະສັງສັນທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານຫວຽດນາມຊ່ວຍການປະຕິວັດລາວ - ảnh 1 ບັນດາຜູ້ແທນເຂົ້າຮ່ວມການພົບປະສັງສັນ

ພາບ: baoHa tinh 

ນະທີ່ນີ້ ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອ 70 ປີຂອງກຳລັງຜູ້ຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມ ໄດ້ຮຽງບ່າຮຽງໄລ່ກັບກອງທັບປະຊາຊົນລາວ, ອຳນາດການປົກຄອງ ແລະ ປະຊາຊົນລາວບັນດາເຜົ່າໃນການຕໍ່ສູ້, ກໍ່ສ້າງກຳລັງ. ທ່ານ ດັ້ງຮຸ່ງເກ, ປະທານ ສະມາຄົມທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານ ຊ່ວຍການປະຕິບັດລາວ ສາຂາ ແຂວງ ເງ້ອານ ໄດ້ເນັ້ນຫນັກວ່າ:

“ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຊ່ວຍການປະຕິວັດລາວ  ແມ່ນຂົວຕໍ່ແຫ່ງການພົວພັນມິດຕະພາບ ຫວຽດນາມ - ລາວ. ປະຈຸບັນ ອະດີດທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານ ຍາມໃດກໍ່ເສີມຂະຫຍາຍມູນເຊື້ອ ແມ່ນ ຕົວພະຍານປະຫວັດສາດ ເພື່ອສຶກສາມູນເຊື້ອອັນດີງາມນີ້ໃຫ້ແກ່ລຸ້ນຫນຸ່ມ.”

 

ຕອບກັບ