ການ​ປະ​ທະ​ກັ​ນລະ​ຫວ່າງ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ: ອິດ​ສະ​ຣາ​ແອັນ ເພີ່ມ​ທະ​ວີ​ການ​ບຸກ​ໂຈມ​ຕີ​ທາງອາ​ກາດ ຢູ່ 3 ສະ​ໜາມ​ຮົບ

Chia sẻ
(VOVWORLD) -   ວັນທີ 19 ມິຖຸນາ, ກອງທັບ ອິດສະຣາແອັນ ສືບຕໍ່ເປີດຫຼາຍບັ້ນບຸກໂຈມຕີເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຢູ່ທັງ 3 ສະໜາມຮົບ: ນັ້ນແມ່ນ, ເຂດກາຊາ, ພາກໃຕ້ ລີບັງ ແລະ ເຂດດິນແດນ ຊີຣີ. 
ການ​ປະ​ທະ​ກັ​ນລະ​ຫວ່າງ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ: ອິດ​ສະ​ຣາ​ແອັນ ເພີ່ມ​ທະ​ວີ​ການ​ບຸກ​ໂຈມ​ຕີ​ທາງອາ​ກາດ ຢູ່ 3 ສະ​ໜາມ​ຮົບ - ảnh 1ການບຸກໂຈມຕີເກີດຂຶ້ນໃນວັນທີ 8 ມິຖຸນາ 2024 ຢູ່ພາກໃຕ້ ລີບັງ (ພາບ: THX/TTXVN)

ຕາມສື່ມວນຊົນ ຊີຣີ ແລ້ວ, ມີນາຍທະຫານຂັ້ນສູງຂອງກອງທັບປະເທດນີ້ ໄດ້ເສຍຊີວິດໃນຫຼາຍບັ້ນບຸກໂຈມຕີໂດຍກອງທັບ ອິດສະຣາແອັນ ດຳເນີນຢູ່ຖານທີ່ໝັ້ນການທະຫານ 2 ແຫ່ງ ຢູ່ແຂວງ Quneitra ແລະ Daraa ຢູ່ພາກໃຕ້ ຊີຣີ. ນອກຈາກຜົນເສຍຫາຍທາງຊີວິດອິນຊີແລ້ວ, ບັນດາບັ້ນບຸກໂຈມຕີຢ່າງດຸເດືອດນັ້ນ ຍັງກໍ່ຜົນເສຍຫາຍດ້ານວັດຖຸຢູ່ 2 ຮາກຖານການທະຫານນັ້ນ ຫຼາຍພໍສົມຄວນ.

        ໃນສະໜາມຮົບພາກໃຕ້ ລີບັງ, ສື່ມວນຊົນ ລີບັງ ໄດ້ກ່າວເຕືອນກອງທັບ ອິດສະຣາແອັນ ທີ່ໄດ້ດຳເນີນຫຼາຍບັ້ນບຸກໂຈມຕີທາງອາກາດເລັ່ງໃສ່ເທດສະບານແຄມທະເລ Borgholiyeh, ພາກເໜືອນະຄອນ Tyre. ບັນດາບັ້ນບຸກໂຈມຕີທາງອາກາດນັ້ນໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 1 ຄົນ ແລະ ຖືກບາດເຈັບຈຳນວນໜຶ່ງ.

        ສ່ວນຢູ່ເຂດ ກາຊາ, ກຳລັງ ຮາມາດສ ກໍ່ກ່າວຟ້ອງກອງທັບ ອິດສະຣາແອັນ ວ່າ ໄດ້ດຳເນີນຫຼາຍບັ້ນບຸກໂຈມຕີດ້ວຍທັງທາງບົກ ແລະ ທາງອາກາດ ເຂົ້າບາງເຂດຊາວລີ້ໄພ ປາແລັດສະຕິນ ທີ່ມີຜູ້ອາໄສຢູ່ເປັນຈໍານວນຫຼາຍ, ໃນນັ້ນ ມີນະຄອນ Rafah ຢູ່ທາງພາກໃຕ້ ກາຊາ. ສື່ມວນຊົນ ຮາມາດສ ຢັ້ງຢືນວ່າ ບັນດາບັ້ນບຸກໂຈມຕີດັ່ງກ່າວ ໄດ້ເຮັດໃຫ້ສາມັນຊົນຖືກບາດເຈັບເປັນຈຳນວນຫຼາຍ, ແຕ່ຍັງບໍ່ມີຕົວເລກລະອຽດເທື່ອ.

ບ໋າທີ, ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ