ການນຳຫວຽດນາມ ແລະ ອາເມລິກາ ຖືເປັນສຳຄັນການພົວພັນສອງຝ່າຍ

Chia sẻ
(VOVWORLD) -ອາເມລິກາ ໄດ້ຕີລາຄາສູງວຽງານກະກຽມຂອງ ຫວຽດນາມ,ເຖິງແມ່ນວ່າປະຕິບັດໃນເວລາສັ້ນ, ໂດຍສະເພາະແມ່ນການຮັບປະກັນຄວາມປອດໄພກໍ່ຕາມ
ການນຳຫວຽດນາມ ແລະ ອາເມລິກາ ຖືເປັນສຳຄັນການພົວພັນສອງຝ່າຍ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮ່ວາຍຈຸງ 

ວັນທີ 27 ກຸມພາ, ເນື່ອງໃນໂອກາດທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມາ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ. ໃນຕອນບ່າຍວັນທີ 27 ກຸມພາ. ເມື່ອແລກປ່ຽນກັບສື່ມວນຊົນພາຍໃນແລະຕ່າງປະເທດຢູ່ສູນສື່ມວນຊົນສາກົນ, ກ່ຽວກັບເຫດການດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮ່ວາຍຈຸງ ໃຫ້ຮູ້ວ່າ:

"ໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ບັນດາການພົບປະສອງຝ່າຍ, ພິເສດແມ່ນບັນດາການພົບປະຂັ້ນສູງບໍ່ພຽງແຕ່ສະແດງໃຫ້ເຫັນການພັດທະນາໃນບັນດາການພົວພັນຕ່າງໆເທົ່ານັ້ນ, ຫາກຍັງແມ່ນວິທີການທີ່ສຳຄັນເພື່ອຊຸກຍູ້ສາຍພົວພັນໃຫ້ດີກ່ວາອີກ. ໃນໂອກາດທ່ານ Donald Trump ມາຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ, ຈະມີການພົບປະກັບການນຳຂັ້ນສູງ ຫວຽດນາມອີກດ້ວຍ ໂດຍເປັນສິ່ງທີ່ສະແດງໃຫ້ເຫັນການຖືເປັນສຳຄັນການພົວພັນສອງຝ່າຍ ຂອງການນຳສອງປະເທດ".

ຕອບກັບ