ການ​ນຳ​ລັດ, ສະ​ພາ​ແຫ່ງ​ຊາດຕ້ອນຮັບແລະພົບປະກັບພະເຈົ້າຈັກກະພັດ Akihito ແລະ ພະມະເຫສີຍີ່ປຸ່ນ

Chia sẻ
(vovword) - ທ່ານ​ປະ​ທານ​ປະ​ເທດ ເຈິ່ນ​ດ້​າຍກວາງ ແລະ ພັນ​ລ​ະ​ຍາ ໄດ້​ຂ່ຳ​ນັບ​ຊົມ​ເຊີຍ ພະ​ເຈົ້າ​ຈັກ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ ​ເປັນ​ຄັ້ງ​ທຳ​ອິດ​ທີ່​ສະ​ເດັດ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ
ການ​ນຳ​ລັດ, ສະ​ພາ​ແຫ່ງ​ຊາດຕ້ອນຮັບແລະພົບປະກັບພະເຈົ້າຈັກກະພັດ Akihito ແລະ ພະມະເຫສີຍີ່ປຸ່ນ - ảnh 1
(ທ່ານປະ​ທານ​ປະ​ເທດ​ເຈິ່ນ​ດ້າຍກວາງ ​ຕ້ອນ​ຮັບ ແລະ ​ພົບ​ປະ​ກັບ
​ພະ​ເຈົ້າ​ຈັກ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ​ຍີ່​ປຸ່ນ)


(vovword)- ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈິ​່ນ​ດ້າຍກວາງ ແລະ ພັນ​ລະ​ຍາ, ພະ​ເຈົ້າ​ຈັກ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ ​ຍີ່​ປຸ່ນ ໄດ້​ສະ​ເດັດ​ມາ​ເຖິງ​ຮ່າ​ໂນ້ຍ​ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 28/02-05/03/2017. ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 1/3, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈິ່ນ​ດ້າຍກວາງ ແລະ ພັນ​ລະ​ຍາ ໄດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ ພະ​ເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ ​ຍີ່​ປຸ່ນ. ທ່ານ​ປະ​ທານ​ປະ​ເທດ ເຈິ່ນ​ດ້​າຍກວາງ ແລະ ພັນ​ລ​ະ​ຍາ ໄດ້​ຂ່ຳ​ນັບ​ຊົມ​ເຊີຍ ພະ​ເຈົ້າ​ຈັກ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ ​ເປັນ​ຄັ້ງ​ທຳ​ອິດ​ທີ່​ສະ​ເດັດ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ, ຖືນີ້​ແມ່ນ​ການ​ຢ້ຽມ​ຢາມ​ທີ່​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ; ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ຂອງ ພະ​ເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ ​​ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ນ້ຳ​ໃຈ ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ຜ່ານນັ້ນ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ອັນ​ກວ້າງ​ເລິກຫວຽດ​ນາມ-ຍີ່​ປຸ່ນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ດີກ່​ວາ​ອີກ. ທ່ານ​ປະ​ທານ​ປະ​ເທດ​ ເຈິ່ນ​ດ້າຍກວາງ ຂອບ​ອົກ​ຂອບ​ໃຈ ຕໍ່​ຄວາມ​ສົນ​ໃຈ ແລະ ນ້ຳ​ໃຈ​ຂອງ​ພະ​ເຈົ້າ​ຈັກ​ກະ​ພັດ, ພະ​ມະ​ເຫ​ສີ, ລາດ​ຊະ​ວົງ. ພະ​ເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ ຍີ່​ປຸ່ນ ກໍ່​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ສະ​ເດັດ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ; ຂອບ​ໃຈ​ການ​ຕ້ອນ​ຮັບ​ອັນ​​ສົມກຽດ ແລະ ອົບ​ອຸ່ນ​ຂອງ​ປະ​ທານ​ປະ​ເທດ ເຈິ່ນ​ດ້າຍກວາງ, ພັນ​ລະ​ຍາ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ.

        ການ​ນຳ​ສອງ​ທ່ານ​ພ້ອມ​ກັນ​ຫວນ​ຄືນ​ປະ​ຫວັດ​ສາດ​​ແຫ່ງການ​ພົວ​ພັນ​ແລກ​ປ່ຽນ​ທີ່​ມີ​ມາ​ແຕ່​ດົນ​ນານ ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ ຕໍ່​ໜ້າ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ໄວ​ວາ ແລະ ດີ​ງາມ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ ໃນ​ກວ່າ 40 ປີ ຜ່ານ​ມາ ແລະ ປາ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ດີກວ່າ​ອີກ. ພະ​ເຈົ້າ​ຈັກ​ກະ​ພັດ Akihito ຖື​ວ່າ ການ​ພົວ​ພັນ​ແລກ​ປ່ຽນ​ໃນ​ປະ​ຫວັດ​ສາດ ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ໃຫ້​ສອງ​ປະ​ເທດ​ຊຸກ​ຍູ້​ການ​ຮ່ວມ​ມື ເພື່ອ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ ແລະ ການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ-ຍີ່​ປຸ່ນ.

        ແລະ​ກໍ່​ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈິ່ນ​ດ້າຍກວາງ ແລະ ພັນ​ລະ​ຍາ ໄດ້​ແນະ​ນຳ​ໃຫ້ ພະ​ເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ ​ Akihito ກ່ຽວ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ​ແລະ ສະ​ແດງຄວາມ​ປາ​ຖະ​ໜາ ຢາກ​ໄດ້​ ​ຕ້ອນຮັບສະ​ມາ​ຊິກ​ລາ​ຊະ​ວົງ​ຍີ່​ປຸ່ນຫຼາຍ​ຄົນ ສະ​ເດັດ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໃນ​ປີ 2018 ເນື່ອງ​ໃນ​ໂອ​ກາດ​ທີ່​ສອງ​ປະ​ເທດ​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ ​ແຫ່ງວັນສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ​ແລະ ພ້ອມ​ກັບ​ຝ່າຍ​ຫວຽດ​ນາມ​ເຂົ້າ​ຮ່ວມ​ບັນ​ດາ​ເຫດ​ການ​ສະ​ເຫຼີມ​ສະຫຼອງ.

ການ​ນຳ​ລັດ, ສະ​ພາ​ແຫ່ງ​ຊາດຕ້ອນຮັບແລະພົບປະກັບພະເຈົ້າຈັກກະພັດ Akihito ແລະ ພະມະເຫສີຍີ່ປຸ່ນ - ảnh 2
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽ​ນ​ທິ​ກິມ​ເງິນ ໄດ້​ມີ​ການ​ພົບ​ປະ​ກັບ ພະ​ເຈົ້າ​ຈັກ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ ​ຍີ່​ປຸ່ນ

ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽ​ນ​ທິ​ກິມ​ເງິນ ໄດ້​ມີ​ການ​ພົບ​ປະ​ກັບພະ​ເຈົ້າ​ຈັກ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ ​ຍີ່​ປຸ່ນ, ຜູ້​ນຳ​ທັງ​ສອງ​ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ຕໍ່​ໜ້າ​ການ​ພັດ​ທະ​ນາ​ຢ່າງ​ດີ​ງາມ​ຂອງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ຫວຽດ​ນາມ-ຍີ​ປຸ່ນ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ…ຊຶ່ງ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ຢືນ​ຢັນ​ຄວາມ​ຫວັງ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ-ຍີ​ປຸ່ນ​ໃຫ້​ແທດ​ເໝາະ​ກ​ັບ​ຄວາມ​ຫວັງ ແລະ ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ. ສ່ວນພະ​ເຈົ້າ​ຈັກ​ກະ​ພັດຍີ​ປຸ່ນ ໄດ້​ຂອບ​ໃຈ​ຕໍ່​ການ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ, ອົບ​ອຸ່ນ​ຂອງ​ການ​ນຳ ແລະ ປະ​ຊາ​ຊົນ​ຫວຽດ​ນາມ, ພ້ອມ​ກັນ​ນັ້ນ ພະ​ອົງ​ກໍ​ສະ​ແດງ​ຄວາມ​ຫວັງ​ວ່າ ການ​ຢ້ຽມ​ຢາມ​ຈະ​ປະ​ກອບ​ສ່ວນ​ເຮັດ​ໃຫ້ ການ​ພົວ​ພັນ​ຮ່ວມ​ມືມິດ​ຕະ​ພາບ​ຫວຽດ​ນາມ-ຍີ​ປຸ່ນເລິກ​ເຊິ່ງ​ຍິ່ງໆ​ຂຶ້ນ.

 ເນື່ອງ​ໃນ​ໂອ​ກາດ​ພະ​ເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ​ຍີ​ປຸ່ນ​ສະ​ເດັດ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ, ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ຍີ​ປຸ່ນ​ໄດ້​ແນະ​ນຳ​ຮູບ​ພາບ​ຂອງ ພະ​ເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ​ຍີ​ປຸ່ນເມື່ອ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ​ຢູ່​ຫວຽດ​ນາມ. ໜັງ​ສື​ພິມ Mainichi ໄດ້​ລົງ​ພິມ​ຮູບ​ຂອງ​ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ດັ້ງ​ທິ​ຫງອກ​ທິ້ງ ອອກ​ໄປ​ສະ​ໜາມ​ບິນ​ຕ້ອນ​ຮັບ ພະ​ເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ​ຍີ​ປຸ່ນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 28/2. ໜັງ​ສື​ພິມ Asahi ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຊຶ່ງ​ເນັ້ນ​ໜັກ​ວ່າ ການ​ສະ​ເດັດ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ພະ​ເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ​ຍີ​ປຸ່ນ​ແມ່ນ​ເຫດ​ການ​ປະ​ຫວັດ​ສາດ, ເປີດ​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ.