ການນຳ ຫວຽດນາມ ພ້ອມກັບຄູອາຈານ ແລະ ນັກຮຽນໃນທົ່ວປະເທດເຂົ້າຮ່ວມພິທີໄຂສົກຮຽນໃໝ່

Chia sẻ
(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ທົ່ວຂະແໜງການສຶກສາ ຍູ້ແຮງການປະຕິບັດແຜນນະໂຍບາຍປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານກວ່າອີກ ແລະ ບຳລຸງສ້າງຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.
ການນຳ ຫວຽດນາມ ພ້ອມກັບຄູອາຈານ ແລະ ນັກຮຽນໃນທົ່ວປະເທດເຂົ້າຮ່ວມພິທີໄຂສົກຮຽນໃໝ່ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີກອງໄຂສົກຮຽນໃໝ່ 2022 – 2023 ຢູ່ໂຮງຮຽນມັດທະຍົມຕອນປາຍສະເພາະຂະແໜງວິທະຍາສາດທຳມະຊາດ
(ພາບ: TTXVN)

ຕອນເຊົ້າວັນທີ 05 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ຕີກອງໄຂສົກຮຽນໃໝ່ 2022 – 2023 ຢູ່ໂຮງຮຽນມັດທະຍົມຕອນປາຍສະເພາະຂະແໜງວິທະຍາສາດທຳມະຊາດ, ມະຫາວິທະຍາໄລທຳມະຊາດ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ).

        ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ທົ່ວຂະແໜງການສຶກສາ ຍູ້ແຮງການປະຕິບັດແຜນນະໂຍບາຍປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານກວ່າອີກ ແລະ ບຳລຸງສ້າງຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ສຳລັບໂຮງຮຽນມັດທະຍົມຕອນປາຍສະເພາະຂະແໜງວິທະຍາສາດທຳມະຊາດ, ທ່ານປະທານປະເທດ ສະເໜີໃຫ້ຄູອາຈານ ແລະ ນັກຮຽນສືບຕໍ່ຮັກສາເປັນໂຮງຮຽນບັນລຸຜົນງານຫຼາຍທີ່ສຸດໃນທົ່ວປະເທດກ່ຽວກັບຈຳນວນຫຼຽນ, ລາງວັນໃນການເສັງ Olympic ຢູ່ພາກພື້ນ ແລະ ສາກົນຄັ້ງຕ່າງໆ.

ການນຳ ຫວຽດນາມ ພ້ອມກັບຄູອາຈານ ແລະ ນັກຮຽນໃນທົ່ວປະເທດເຂົ້າຮ່ວມພິທີໄຂສົກຮຽນໃໝ່ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ພິທີໄຂສົກຮຽນໃໝ່ຢູ່ໂຮງຮຽນປະຖົມນອກລັດ ດ່ວານທິດຽມ
(ພາບ: TTXVN)

ແລະກໍ່ໃນຕອນເຊົ້າວັນທີ 05 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2022 – 2023 ຢູ່ໂຮງຮຽນປະຖົມນອກລັດ ດ່ວານທິດຽມ (ຮ່າໂນ້ຍ). ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເນັ້ນໜັກວ່າ:

        “ວຽກງານສິດສອນ ແລະ ເບິ່ງແຍງດູແລເດັກນ້ອຍແມ່ນວຽກງານພິເສດ, ຮຽກຮ້ອງຕ້ອງມີຄວາມຮູ້, ຢຶດໝັ້ນ, ດ້ວຍຈິດໃຈໂອ້ບອ້ອມອາລີ, ຮັກແພງເດັກ. ພວກເຮົາຕ້ອງມານະພະຍາຍາມໃຫ້ຫຼາຍກວ່າອີກດ້ວຍທິດນຳທີ່ວ່າ “ໂຮງຮຽນແມ່ນພື້ນຖານ, ນັກຮຽນແມ່ນໃຈກາງ, ຄູອາຈານແມ່ນກຳລັງໜູນ”, “ແຕ່ລະມື້ມາໂຮງຮຽນແມ່ນຮັບຄວາມປິຕິຊົມຊື່ນ”, ສ້າງຂີດໝາຍແຫ່ງຄວາມຮັກແພງ ແລະ ດີງາມໃຫ້ແກ່ພວກນ້ອງ. ພວກເຮົາສິດສອນພວກນ້ອງສ້າງກິດຕິຄຸນມະນຸດດ້ານຄວາມຮັກ, ຄວາມເມັດຕາປານີ, ດຳລົງຊີວິດດ້ວຍອຸດົມຄະຕິ, ຮໍ່າຮຽນວິທີບືນຕົວຂຶ້ນຈາກຄວາມຫຍຸ້ງຍາກ, ລຳບາກ, ເພິງຕົນເອງ, ເຂັ້ມແຂງດ້ວຍຕົນເອງ…”

        ຕອນເຊົ້າວັນທີ 05 ກັນຍາ, ຄູອາຈານ, ນັກຮຽນໂຮງຮຽນປະຖົມ ຈູງຕື້ (ເມືອງ ດົງດາ, ຮ່າໂນ້ຍ) ເປັນກຽດໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ມາເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2022 – 2023.

        ຢູ່ແຂວງ ຮ່ວາບິ່ງ, ທ່ານຜູ້ປະຈຳການຄະນະເລຂາສູນກາງພັກ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ໂຮງຮຽນສຶກສາສາມັນກິນນອນຊົນເຜົ່າປະຖົມ ແລະ ມັດທະຍົມຕອນຕົ້ນ ທຸງນາຍ.

        ຢູ່ເຂດພາກກາງ, ໃນສົກຮຽນໃໝ່, ຂະແໜງສຶກສາແຂວງ ເທື່ອທຽນ-ເຫ້ວ ໄດ້ເອົາໃຈໃສ່ຍົກລະດັບຄຸນນະພາບການສຶກສາຢ່າງຮອບດ້ານ, ສະຫງວນຈຳນວນເງິນ 388 ຕື້ດົ່ງເພື່ອກໍ່ສ້າງໃໝ່, ຍົກລະດັບ, ສ້ອມແປງພື້ນຖານວັດຖຸຂອງໂຮງຮຽນແຫ່ງຕ່າງໆ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ບັນດາໂຮງຮຽນຢູ່ແຂວງ ດັກລັກ, ເກີນເທີ, ເມືອງເກາະ ເຈື່ອງຊາ (ແຂວງ ແຄງຮ່ວາ)… ກໍຈັດພິທີໄຂສົກຮຽນໃໝ່ 2022 – 2023 ເຊັນດຽວກັນ.

ຕອບກັບ