ການນຳ ສປປ.ເກົາຫຼີ Kim Jong-un ປະຕິເສດຄຳເຊີນເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດ ລະຫວ່າງ ສ.ເກົາຫຼີ - ອາຊຽນ (ພາບ: Getty) |
ຕາມ ສຳນັກຂ່າວສານ KCNA, ວັນທີ 5 ພະຈິກ ທີ່ຜ່ານມາ, ໃນນາມສ່ວນຕົວ ທ່ານ Moon Jae-in ໄດ້ສົ່ງຈົດໝາຍເຊີນທ່ານການນຳ Kim Jong- un ເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດລະຫວ່າງ ສ.ເກົາຫຼີ - ອາຊຽນຈັດຂ້ຶນລະຫວ່າງວັນທີ 25 – 26 ພະຈິກ ຢູ່ນະຄອນທ່າກ່ຳປັ່ນ Busan, ທາງທິດຕາເວັນອອກສ່ຽງໃຕ້ ສ.ເກົາຫຼີ. ທ່ານ Moon ກໍ່ເປີດໂອກາດວ່າ ຈະເຊີນຄະນະຜູ້ແທນ ສປປ.ເກົາຫຼີເຂົ້າຮ່ວມຖ້າຫາກວ່າ ທ່ານ Kim Jong-un ບໍ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ.