ການນໍາກອງທັບ ອາເມລິກາ - ສ.ເກົາຫຼີ - ຍີ່ປຸ່ນ ໂຮມປະຊຸມຢູ່ນະຄອນຫຼວງ ວໍຊີງຕັນ

Chia sẻ
(VOVWORLD) - ບັນດາການນໍາສະພາເສນາທິການກໍາລັງທະຫານປະສົມ ຂອງ ສ.ເກົາຫຼີ,  ອາເມລິກາ ແລະ ຍີ່ປຸ່ນ ໄດ້ຈັດກອງປະຊມ 3 ຝ່າຍຂ້ຶນໃນວັນທີ 01 ຕຸລາ, ຢູ່ນະຄອນຫຼວງ ວໍຊີງຕັນ, ອາເມລິກາ.

        ບັນດາການນໍາສະພາເສນາທິການກໍາລັງທະຫານປະສົມ ຂອງ ສ.ເກົາຫຼີ,  ອາເມລິກາ ແລະ ຍີ່ປຸ່ນ ໄດ້ຈັດກອງປະຊມ 3 ຝ່າຍຂ້ຶນໃນວັນທີ 01 ຕຸລາ, ຢູ່ນະຄອນຫຼວງ ວໍຊີງຕັນ, ອາເມລິກາ ໃນສະພາບການຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງຂໍ້ຕົກລົງຂອງ ເຊີອູນ ຖອນຕົວອອກຈາກຂໍ້ຕົກລົງຮັກສາຄວາມລັບຂໍ້ມູນຂ່າວສານທາງການທະຫານລວມ (GSOMIA).

        ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ບັນດາຝ່າຍໄດ້ປຶກສາຫາລືກ່ຽວກັບການຮ່ວມມືໃນການປ້ອງກັນຄວາມສະຫງົບລະຫວ່າງ 3 ປະເທດ, ແຕ່ບໍ່ເຜີຍໃຫ້ຮູ້ຂໍ້ມູນເພີ່ມເຕີມ. ແລະ ອີກຫົວຂໍ້ໜຶ່ງທີ່ສໍາຄັນກໍໄດ້ນໍາມາປຶກສາຫາລືຢູ່ໃນການພົບປະຄັ້ງນີ້ ນັ້ນແມ່ນ ຂໍ້ຕົກລົງຂອງ ສ.ເກົາຫຼີ ກ່ຽວກັບການຖອນຕົວອອກຈາກ GSOMIA ເຊິ່ງໄດ້ຍົກອອກມາພາຍຫຼັງ ໂຕກຽວ ຈັດວາງຂໍ້ຈໍາກັດການແລກປ່ຽນການຄ້າກັບ ເຊີອູນ.


ຕອບກັບ