ການນໍາ ອາເມລິກາ, ສ.ເກົາຫຼີ ເນັ້ນໜັກເຖິງເລື່ອງຮັກສາການເຈລະຈາກັບ ສປປ.ເກົາຫຼີ

Chia sẻ
(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕໍາແໜ່ງ ສ.ເກົາຫຼີ Moon Jae-in ໄດ້ພົບປະກັນຢູ່ ວໍຊິງຕັນ ໃນວັນດຽວກັນ ເພື່ອປຶກສາຫາລືກ່ຽວກັບບັນດາວິທີການເພື່ອແນໃສ່ເລີ່ມດໍາເນີນການເຈລະຈາປອດນິວເຄຼຍຢູ່ແຫຼມເກົາຫຼີຄືນໃໝ່.

ວັນທີ 11 ເມສາ (ຕາມເວລາ ອາເມລິກາ), ບັນດາການນໍາ ອາເມລິກາ ແລະ ສ.ເກົາຫຼີ ຕົກລົງເຫັນດີນໍາກັນວ່າ ຄວນຮັກສາການເຈລະຈາກັບ ສປປ.ເກົາຫຼີ ເພື່ອລົບລ້າງບັນດາອາວຸດນິວເຄຼຍ ຂອງ ພຽງຢາງ. ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕໍາແໜ່ງ ສ.ເກົາຫຼີ Moon Jae-in ໄດ້ພົບປະກັນຢູ່ ວໍຊິງຕັນ ໃນວັນດຽວກັນ ເພື່ອປຶກສາຫາລືກ່ຽວກັບບັນດາວິທີການເພື່ອແນໃສ່ເລີ່ມດໍາເນີນການເຈລະຈາປອດນິວເຄຼຍຢູ່ແຫຼມເກົາຫຼີຄືນໃໝ່.

ການນໍາ ອາເມລິກາ, ສ.ເກົາຫຼີ ເນັ້ນໜັກເຖິງເລື່ອງຮັກສາການເຈລະຈາກັບ ສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີ Moon Jae-in ແລະ ທ່ານ Donald Trump ທີ່ພິທີຕ້ອນຮັບ ໃນວັນທີີ 11 ເມສາ ຢູ່ວໍຊິງຕັນ ( ພາບ:THX/TTXVN)

        ກ່າວຄໍາເຫັນກ່ອນເລີ່ມຕົ້ນການພົບປະສອງຝ່າຍຢູ່ທໍານຽບຂາວ, ທ່ານປະທານາທິບໍດີ Moon Jae-in ຮຽກຮ້ອງໃຫ້ຈັດຕັ້ງການພົບປະຄັ້ງທີ 3 ລະຫວ່າງທ່ານ Donald Trump ແລະ ການນໍາ ສປປ.ເກົາຫຼີ Kim Jong-un, ພ້ອມທັງເນັ້ນໜັກເຖິງຄວາມສໍາຄັນຂອງການຮັກສາທ່າຈລະຈາ. ທ່ານ Moon Jae-in ເວົ້າວ່າ: “ສະພາບການຢູ່ແຫຼມເກົາຫຼີ ໄດ້ມີການປ່ຽນແປງຫຼາຍພໍສົມຄວນ, ພາຍຫຼັງການພົບປະລະຫວ່າງທ່ານປະທານາທິບໍດີ Donald Trump ແລະ ການນໍາ Kim Jong-un ໃນວັນທີ 12 ມິຖຸນາ ປີ 2018”.

        ສ່ວນທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ທ່ານປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງໃຫຍ່ກັບ ສປປ.ເກົາຫຼີ ກ່ຽວກັບໂຄງການອາວຸດນິວເຄຼຍຂອງປະເທດນີ້, ພ້ອມກັນນັ້ນ ກໍ່ຍັງຄົງຮັກສາບັນດາມາດຕະການລົງໂທດໃນປັດຈຸບັນໄວ້. ການນໍາ ອາເມລິກາ ກໍປາດຖະໜາ ຢາກສືບຕໍ່ຈັດຕັ້ງການເຈລະຈາກັບ ທ່ານ Kim Jong-un.

ຕອບກັບ