ກະ​ຊວງ​ການ​ເງິນ ຈັດ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່ ຍີ່​ປຸ່ນ

Chia sẻ
(VOVWORLD) -     ວັນທີ 12 ມີນາ, ຢູ່ ໂຕກຽວ (ຍີ່ປຸ່ນ), ກະຊວງການເງິນ ຍີ່ປຸ່ນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ວຍຫົວຂໍ້ “ຫວຽດນາມ - ຈຸດນັດພົບແຫ່ງການລົງທຶນ”, ອັນໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດແຖວໜ້າເກືອບ 250 ແຫ່ງຂອງ ຍີ່ປຸ່ນ ແລະ ຫວຽດນາມ.
ກະ​ຊວງ​ການ​ເງິນ ຈັດ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່ ຍີ່​ປຸ່ນ - ảnh 1ທ່ານລັດຖະມົນຕີ ກະຊວງການເງິນ ຫວຽດນາມ ໂຮ່ດຶກເຝິກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:VOV)

ເມື່ອແລກປ່ຽນກັບບັນດາວິສາຫະກິດ, ນັກລົງທຶນ ຍີ່ປຸ່ນ ທີ່ກ່ຽວຂ້ອງເຖິງແຜນນະໂຍບາຍ, ນະໂຍບາຍຂອງ ຫວຽດນາມ ໃນການພັດທະນາຕະຫຼາດການເງິນ, ດຶງດູດແຫຼ່ງເງິນລົງທຶນໂດຍກົງ ແລະ ທາງອ້ອມຈາກຕ່າງປະເທດ, ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ໂຮ່ດຶກເຝິກ ຢັ້ງຢືນວ່າ:

        “ພວກຂ້າພະເຈົ້າປະຕິບັດນະໂຍບາຍສະເໝີຕົ້ນສະເໝີປາຍສຳລັບບັນດານັກລົງທຶນ, ບໍ່ມີການຈຳແນກນັກລົງທຶນເອກະຊົນ ກັບ ນັກລົງທຶນພາກລັດ ຫຼືວ່າ ຕ່າງປະເທດ. ທຸກວິສາຫະກິດລ້ວນແຕ່ມີຄວາມສະເໝີພາບໃນການເຄື່ອນໄຫວຜະລິດດຳເນີນທຸລະກິດຢູ່ ຫວຽດນາມ. ພວກຂ້າພະເຈົ້າຍາມໃດກໍມີທັດສະນະສະເໝີຕົ້ນສະເໝີປາຍກ່ຽວກັບຄວາມສະເໝີພາບ, ຍຸຕິທຳ ແລະ ຈະແຈ້ງໃນການເຄື່ອນໄຫວເສດຖະກິດ”.

        ທີ່ກອງປະຊຸມ, ການນຳກົມໃຫຍ່ພາສີ, ກົມໃຫຍ່ສ່ວຍສາອາກອນ, ຄະນະກຳມະການຫຼັກຊັບແຫ່ງລັດ ກໍໄດ້ຕອບຄຳຖາມ, ຂໍ້ຂັດຂ້ອງຂອງວິສາຫະກິດ ແລະ ນັກລົງທຶນ ຍີ່ປຸ່ນ ກ່ຽວກັບລະບຽບການພາສີ, ບຸລິມະສິດກ່ຽວກັບອາກອນ, ຄວາມສາມາດບົ່ມຊ້ອນຂອງຕະຫຼາດການເງິນ ຫວຽດນາມ. ທ່ານ Takafumi Oue, ຫົວໜ້າຫ້ອງການຜູ້ຕາງໜ້າ ຮ່າໂນ້ຍ ຂອງບໍລິສັດຫຼັກຊັບ Daiwa, ຖືວ່າ ດ້ວຍແຜນນະໂຍບາຍ, ການກຳນົດທິດ, ຄວາມສາມາດບົ່ມຊ້ອນຂອງພື້ນຖານເສດຖະກິດ ຫວຽດນາມ ເວົ້າລວມ ແລະ ຕະຫຼາດການເງິນເວົ້າສະເພາະ, ຈຳນວນນັກລົງທຶນ ຍີ່ປຸ່ນ  ກໍຄື ບັນດານັກລົງທຶນຕ່າງປະເທດທີ່ລົງທຶນເຂົ້າຕະຫຼາດຫຼັກຊັບ ຫວຽດນາມ ຈະເພີ່ມຂຶ້ນຢ່າງແຮງ.

ນັກຂ່າວ VOV ປະຈຳ ຍີ່ປຸ່ນ

ຕອບກັບ