ເວທີປາໄສ AFML ຄັ້ງທີ 11 ແມ່ນການເຄື່ອນໄຫວປະຈໍາປີ ເຊິ່ງໄດ້ຈັດຂຶ້ນຢູ່ປະເທດເຈົ້າພາບ ອາຊຽນ ໃນຂອບເຂດການເຄື່ອນໄຫວຂອງ ຄະນະກໍາມະການອາຊຽນ ປະຕິບັດ ຖະແຫຼງການຂອງບັນດາການນໍາ ອາຊຽນ ກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດຂອງຜູ້ອອກແຮງງານອົບພະຍົບ. ເວທີປາໄສ AFML ປີນີ້ ຈະໄດ້ດໍາເນີນຢູ່ສິງກະໂປ ແຕ່ວັນທີ 29 - 30 ຕຸລາ 2018 ດ້ວຍຫົວຂໍ້ “ຫັນເປັນລະບົບດີຈີຕອນ ເພື່ອແນໃສ່່ຊຸກຍູ້ວຽກເຮັດງານທໍາແບບຍືນຍົງໃຫ້ແກ່ຜູ້ອອກແຮງງານອົບພະຍົບໃນ ພາກພື້ນອາຊຽນ”, ສຸມໃສ່ສອງເນື້ອໃນຕົ້ນຕໍ ຄື “ການຄຸ້ມຄອງຜູ້ອອກແຮງງານອົບພະຍົບດ້ວຍລະບົບເຕັກນິກດີຈີຕອນ” ແລະ “ບັນດາການບໍລິການດີຈີຕອນ ສໍາລັບຜູ້ອອກແຮງງານອົບພະຍົບ”.