ກອງປະຊຸມສຳມະນາວິທະຍາສາດ “ສາສະໜາ ແລະ ລັດແຫ່ງອຳນາດນິຕິ ບັນຍັດສັງຄົມນິຍົມ”

Chia sẻ
(vovworld) - ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ເຮັດ​ແຈ້ງບັນດາ​ບັນຫາ​ທິດ​ສະ​ດີທີ່​ກ່ຽວຂ້ອງ​ເຖິງ​ການ​ສ້າງ​ຮູບ​ແບບ​ ລັດ​ແຫ່ງ​ອຳນາດນິຕິບັນຍັດ​ສັງຄົມ​ນິຍົມກ່ຽວ​ກັບ​ສາສະໜາ​ຫວຽດນາມ, ນະ​ໂຍບາຍ​ດ້ານ​ສາສະໜາ​ໃນ​ລັດແຫ່ງອຳນາດ ນິຕິບັນຍັດ​ສັງຄົມ​ນິຍົມ
ກອງປະຊຸມສຳມະນາວິທະຍາສາດ “ສາສະໜາ ແລະ ລັດແຫ່ງອຳນາດນິຕິ ບັນຍັດສັງຄົມນິຍົມ” - ảnh 1
(ພາບປະກອບ)

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ​ “ສາສະໜາ ​ແລະ ລັດ​ແຫ່ງ​ອຳນາດນິຕິບັນຍັດ​ສັງຄົມ​ນິຍົມ” ​ໂດຍ​ຄະນະສາສະໜາ​ລັດຖະບານ, ສະພາ​ທິດ​ສະ​ດີ​ສູນ​ກາງ​ສົມທົບ​ກັບ​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດສາດຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 31/12, ຢູ່​ຮ່າ​ໂນ້ຍ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ເຮັດ​ແຈ້ງບັນດາ​ບັນຫາ​ທິດ​ສະ​ດີທີ່​ກ່ຽວຂ້ອງ​ເຖິງ​ການ​ສ້າງ​ຮູບ​ແບບ​ ລັດ​ແຫ່ງ​ອຳນາດນິຕິບັນຍັດ​ສັງຄົມ​ນິຍົມກ່ຽວ​ກັບ​ສາສະໜາ​ຫວຽດນາມ, ນະ​ໂຍບາຍ​ດ້ານ​ສາສະໜາ​ໃນ​ລັດ​ແຫ່ງອຳນາດນິຕິບັນຍັດ​ສັງຄົມ​ນິຍົມ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ຮີບ​ດ່ວນ​ໃນ​ການ​ພົວພັນ​ລະຫວ່າງ​ລັດ ​ແລະ ສະມາຄົມ​ພຸດທະ​ສາສະໜາ​ໃນ​ປະຈຸ​ບັນ. ກອ​ງປະຊຸມສຳ​ມະ​ນາ​ເພື່ອ​ແນ​ໃສ່ສ້າງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ກ່ຽວ​ກັບ​ວຽກ​ງານ​ສາສະໜາ​ໃຫ້​ສຳ​ເລັດ​ຜົນ​ກວ່າ, ສືບ​ຕໍ່​ຢືນຢັນ​ລັກສະນະຄົງ​ຕົວຂອງ​ສາສະໜາ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຈາກ​ນັ້ນ, ມີ​ວີ​ທີ​ນຳ​ໃຊ້​ວິ​ທະຍາ​ສາດ, ຖືກຕ້ອງ​ກັບ​ສາສະໜາ, ສ້າງບັນດາ​ປະຖົມ​ປັດ​ໃຈພື້ນຖານ ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.